ໃຫ້ສິນຄ້າທີ່ລະອຽດອ່ອນຂອງທ່ານໄດ້ຮັບການດູແລໂດຍຜູ້ຊ່ຽວຊານ

ການບໍລິການພິເສດທີ່ຮັບປະກັນຄຸນນະພາບສິນຄ້າຕະຫຼອດການເດີນທາງ

ອຸດສາຫະກໍາເຕັກໂນໂລຊີຍັງສືບຕໍ່ເຫັນການຫັນປ່ຽນຢ່າງໄວວາ ແລະ ບໍ່ເຄີຍມີມາກ່ອນ. ໃນຂະນະທີ່ມີຜະລິດຕະພັນໃໝ່ເປີດຕົວກໍ່ຕ້ອງມີການປັບຕົວໃຫ້ທັນ  ການເພີ່ມປະສິດທິພາບຂອງສິນຄ້າຄົງຄັງ ແລະ ວິທີການຂົນສົ່ງສິນຄ້າມີຄວາມສໍາຄັນຫຼາຍຂຶ້ນ ໂດຍບໍ່ມີຊ່ອງວ່າງສໍາລັບຄວາມຜິດພາດ.

ທີມງານຜູ້ຊ່ຽວຊານດ້ານເຕັກໂນໂລຊີທີ່ມີປະສົບການສູງຂອງພວກເຮົາໄດ້ລິເລີ່ມວິທີການແກ້ໄຂທີ່ເປັນນະວັດຕະກໍາເພື່ອຕອບສະໜອງຄວາມຕ້ອງການທີ່ແທ້ຈິງຂອງອຸດສາຫະກໍາທີ່ໃຊ້ເຕັກໂນໂລຊີຂັ້ນສູງມານານຫຼາຍປີ. ການເຮັດວຽກເປັນຄູ່ຮ່ວມງານ ແລະ ທີ່ປຶກສາຂອງທ່ານ, ພວກເຮົາໃຫ້ບໍລິການສະເພາະດ້ານເຕັກໂນໂລຊີທີ່ທ່ານຕ້ອງການ ຕັ້ງແຕ່ໂຮງງານຈົນເຖິງຈຸດໝາຍປາຍທາງສຸດທ້າຍ, ພ້ອມທັງປັບປຸງປະສິດທິພາບລະບົບຕ່ອງໂສ້ການສະໜອງ ແລະ ການຫຼຸດຕົ້ນທຶນຂອງທ່ານ, ຮັບຄວາມຍືດຫຍຸ່ນ, ຄວາມໄວ ແລະ ສະໜັບສະໜູນຄວາມຕ້ອງການນໍາເອົາສິນຄ້າຂອງທ່ານອອກສູ່ຕະຫຼາດ ແລະ ສູ່ຜູ້ບໍລິໂພກໃນສະພາບທີ່ສົມບູນແບບ ແລະ ຕົງເວລາ.

ພວກເຮົາມີປະສົບການຢ່າງຫຼວງຫຼາຍໃນການຂົນສົ່ງເຕັກໂນໂລຊີທຸກປະເພດຢ່າງປອດໄພ, ລວມເຖິງ:

  • ອຸປະກອນອີເລັກໂທຣນິກເພື່ອຜູ້ບໍລິໂພກ
  • ເຊມິຄອນດັກເຕີ (ເປັນອຸປະກອນທີ່ມີຄຸນສົມບັດທາງໄຟຟ້າສະເພາະທີ່ເຮັດໃຫ້ມັນສາມາດເປັນພື້ນຖານສໍາລັບຄອມພິວເຕີ ແລະ ອຸປະກອນເອເລັກໂຕຣນິກອື່ນໆ)
  • ຄອມພິວເຕີ ແລະ ອຸປະກອນຮັບໃຊ້ຫ້ອງການ
  • ຫຸ່ນຍົນອຸດສາຫະກໍາ
  • ສິນຄ້າ ແລະ ອຸປະກອນເອເລັກໂທຣນິກ

ບໍລິການຂອງພວກເຮົາ

  • ການຂົນສົ່ງລະຫວ່າງປະເທດ (ທາງອາກາດ, ທາງທະເລ, ທາງລົດໄຟ ແລະ ອື່ນໆ)
  • ການຈັດການອຸປະກອນການຜະລິດ (ການຈັດການທີ່ລະອຽດອ່ອນ, ການຕິດຕັ້ງ  ແລະ ອື່ນໆ)
  • ການ​ວິ​ເຄາະ​ທີ່​ຕັ້ງສູນ​​ກະ​ຈາຍ​ສິນຄ້າ​ທົ່ວ​ໂລກ​ ແລະ​ ລະດັບພາກ​ພື້ນ​, ການ​ສະ​ເໜີ​, ການ​ດໍາເນີນການ
  • ການລວບລວມຜູ້ສະໜອງ / ຜູ້ຊື້ ແລະ ການຄ່ຽນຖ່າຍສິນຄ້າ
  • ການບໍລິການຫຼັງການຂາຍ ແລະ ຂະບວນການຂົນສົ່ງຈາກຈຸດບໍລິໂພກຍ້ອນກັບໄປແຫຼ່ງທີ່ມາ
  • ຫໍ​ຄວບ​ຄຸມ
  • ໂລຈີສຕິກພາຍໃນໂຮງງານ ​ແລະ​ ການປະຊຸມວິຊາການດ້ານເຕັກ​ນິກ
  • ການເລືອກຄູ່ຄ້າມາຮ່ວມບໍລິຫານ ແລະ ຈັດການສາງສິນຄ້າ

Movie

ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?

  • ການເບິ່ງເຫັນໄດ້ແບບເຕັມທີ່ດ້ວຍການຕິດຕາມແບບເວລາຈິງ ແລະ ການແຈ້ງສະຖານະການການຂົນສົ່ງເປັນປະຈໍາຜ່ານລະບົບໄອທີທີ່ເປັນຂອງພວກເຮົາ
  • ທີມຜູ້ຊ່ຽວຊານທົ່ວໂລກທີ່ນໍາເອົາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການສະເພາະຂອງຂະແໜງເຕັກໂນໂລຊີ, ບໍ່ວ່າພວກເຮົາຈະຈັດການຊິ້ນສ່ວນຫຼືອຸປະກອນ ແລະ ການເຂົ້າເຖິງແນວທາງການປະຕິບັດທີ່ດີທີ່ສຸດເພື່ອຊ່ວຍເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ.
  • ຄວາມສາມາດໃນການຈັດການກັບອົງປະກອບທີ່ລະອຽດອ່ອນທີ່ສຸດໄດ້ຢ່າງປອດໄພດ້ວຍເຕັກໂນໂລຊີໂລຈີສຕິກທີ່ກ້າວໜ້າຂອງພວກເຮົາ
  • ສົ່ງເສີມແພລດຟອມເຕັກໂນໂລຊີຂອງອົງກອນຂອງທ່ານຜ່ານຮູບແບບທີ່ປ້ອງກັນການລົບກວນໂຄງສ້າງລະບົບໄອທີຂອງທ່ານ ແລະ ສົ່ງເສີມສະຖາປັດຕະຍະກຳໄອທີທີ່ມີຄວາມຍືດຫຍຸ່ນເໝາະສົມກັບລະບົບປະຈຸບັນຂອງທ່ານ
  • ການສະເໜີ ແລະ ​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ວິ​ທີ​ການ​ທີ່​ດີ​ທີ່​ສຸດ​ເພື່ອ​ປັບສົມດູນປະລິມານ​ສິນຄ້າຄົງຄັງຂອງ​ທ່ານ​ ແລະ​ ການ​ຫຼຸດ​ສະຕ໊ອກ​ໂດຍ​ລວມ - ໃຊ້​ຄວາມ​ຮູ້​ ແລະ​ ປະ​ສົບ​ການ​ຂອງ​ພວກ​ເຮົາ​ກັບ​ລູກ​ຄ້າ​ເຕັກ​ໂນ​ໂລ​ຊີ​ທີ່​ຫຼາກ​ຫຼາຍ
Connect with a Technology Expert

ຕິດຕໍ່ກັບຜູ້ຊ່ຽວຊານດ້ານເຕັກໂນໂລຊີ

ພວກເຮົາຍິນດີທີ່ຈະໃຊ້ປະສົບໃນດ້ານເຕັກໂນໂລຊີ ເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.