ການຈັດການລະບົບຕ່ອງໂສ້ການສະໜອງສຳລັບບັນດາບໍລິສັດໃນຍຸກໃໝ່
ໂລຈີສຕິກນັບຕັ້ງແຕ່ຕົ້ນນໍ້າໄປຈົນເຖິງປາຍນໍ້າລວມທັງຂາເຂົ້າ-ຂາອອກ, ພວກເຮົາມີຄວາມຮູ້ຄວາມເຂົ້າໃຈໃນການຈັດການ, ວາງແຜນ ແລະ ດໍາເນີນການກິດຈະກໍາລະບົບຕ່ອງໂສ້ການສະໜອງເພື່ອປະສິດທິຜົນອັນສູງສຸດໃຫ້ແກ່ທຸລະກິດຂອງທ່ານ. ສໍາລັບບໍລິສັດລະດັບວິສາຫະກິດທີ່ມີຄວາມຊັບຊ້ອນດ້ານໂລຈີສຕິກໃນລະດັບສູງ, ພວກເຮົາພ້ອມເຮັດວຽກຮ່ວມກັບທ່ານເພື່ອຫາວິທີແກ້ໄຂລະບົບຕ່ອງໂສ້ການສະໜອງທີ່ເໝາະສົມທີ່ສຸດ.
ເລິ່ມຕົ້ນກັບຄູ່ຮ່ວມທຸລະກິດທີ່ເໝາະສົມ
ໃນການເປັນຄູ່ຮ່ວມທຸລະກິດກັບ Yusen Logistics ທ່ານຈະສາມາດເຂົ້າເຖິງຂໍໍໍ້ມູນເຊີງເລິກກ່ຽວກັບອຸດສາຫະກຳ ແລະ ຄວາມຊ່ຽວຊານໃນລະບົບຕ່ອງໂສ້ການສະໜອງທີ່ສະສົມມາຫຼາຍທົດສະວັດ ແລະ ທີມງານສຳລັບການຈັດການແນວທາງແກ້ໄຂລະບົບຕ່ອງໂສ້ການສະໜອງໂດຍສະເພາະ ເພື່ອຊ່ວຍທ່ານສ້າງຄວາມເຂັ້ມແຂງ ແລະ ປັບປຸງການປະຕິບັດລະບົບຕ່ອງໂສ້ການສະໜອງຂອງທ່ານ.
ໃຊ້ເຄື່ອງມືຫໍຄວບຄຸມທົ່ວໂລກ
ຫໍຄວບຄຸມທົ່ວໂລກຂອງພວກເຮົາເຮັດໜ້າທີ່ເຊື່ອມຕໍ່ທາງການຄ້າຈຸດດຽວຂອງທ່ານເພື່ອປະຕິບັດ ແລະ ຈັດການຂອບເຂດການເຮັດວຽກຂອງລະບົບຕ່ອງໂສ້ການສະໜອງຂອງທ່ານ, ສ້າງການປະສານງານລະຫວ່າງທ່ານກັບຜູ້ຂາຍ ແລະ ຄູ່ຮ່ວມງານດ້ານໂລຈີສຕິກຂອງທ່ານ ໂດຍທີ່ຂໍ້ມູນມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ຄວບຄຸມໂດຍການດໍາເນີນງານຂອງທ່ານ. ການບໍລິການຈັດການຂອງພວກເຮົາແປງຂໍ້ມູນ ແລະ ປັນຍາທາງທຸລະກິດໃນການດໍາເນີນງານເຊີງເລິກເພື່ອປັບຕ່ອງໂສ້ການສະໜອງຂອງທ່ານໃຫ້ດີຂຶ້ນ.
ໄດ້ຮັບການແກ້ໄຂທີ່ກໍານົດເອງ
ທຸລະກິດມີຄວາມແຕກຕ່າງກັນ ແລະ ບໍ່ມີວິທີການແບບດຽວທີ່ໃຊ້ໄດ້ກັບທຸກຢ່າງ.
ພວກເຮົາເຮັດວຽກຢ່າງໃກ້ຊິດກັບທ່ານເພື່ອເຂົ້າໃຈສິ່ງທ້າທາຍ ແລະເປົ້າໝາຍຂອງທ່ານ ເພື່ອໃຫ້ພວກເຮົາສາມາດປັບແຕ່ງໃຫ້ເໝາະສົມຕາມແບບຂອງທ່ານ, ສະໜັບສະໜູນໂດຍຫໍຄວບຄຸມທົ່ວໂລກທີ່ສາມາດປັບໄດ້ເພື່ອຫຼຸດຄວາມຊັບຊ້ອນຂອງລະບົບຕ່ອງໂສ້ການສະໜອງ, ຫຼຸດຕົ້ນທຶນໂດຍລວມ, ລວມເຖິງເພີ່ມຄວາມຍືດຫຍຸ່ນ ແລະ ຄວາມໂປ່ງໃສ.
ຜູ້ຊ່ຽວຊານດ້ານຕ່ອງໂສ້ການສະໜອງແບບຄົບວົງຈອນ
ບໍ່ວ່າທ່ານຕ້ອງການຄູ່ຮ່ວມງານດ້ານໂລຈີສຕິກບຸກຄົນທີ່ 4 (4PL) ເປັນຄູ່ຮ່ວມງານທີ່ໃຫ້ບໍລິການຈັດການອິດສະຫຼະຂອງທ່ານ ທັງເປັນຄູ່ຮ່ວມງານດ້ານໂລຈີສຕິກຊັ້ນນໍາ (LLP) ເພື່ອຈັດການການບໍລິການເພື່ອໃຫ້ໝັ້ນໃຈວ່າການຈັດສົ່ງເປັນໄປຕາມຄວາມຕ້ອງການຂອງທ່ານ, ຫຼືຄູ່ຮ່ວມງານໂລຈີສຕິກບຸກຄົນທີ່ 3 (3PL) ເປັນຜູ້ເລືອກດ້ານໂລຈີສຕິກ, ພວກເຮົາດໍາເນີນການໃຫ້ທ່ານຢ່າງຄວບຄຸມ! ຜູ້ຊ່ຽວຊານ ແລະ ການບໍລິການທີ່ມີຄວາມຍືດຫຍຸ່ນຂອງພວກເຮົາສາມາດສະໜັບສະໜູນທຸລະກິດຂອງທ່ານໄດ້ໃນທຸກຂັ້ນຕອນ.
ຮຽນຮູ້ເພີ່ມເຕີມກ່ຽວກັບການແກ້ໄຂຂອງພວກເຮົາ
ການບໍລິຫານທຸລະກິດ ແລະ ການເງິນ
ຄວາມສາມາດໃນການປະເມີນ, ອອກແບບ, ສ້າງສັນ ແລະ ປະເມີນຕ່ອງໂສ້ການສະໜອງແບບບູລະນາການໃຫ້ເໝາະສົມກັບທຸລະກິດຂອງທ່ານ ຕັ້ງແຕ່ການຄົ້ນຫາກົນລະຍຸດການຂົນສົ່ງໄປຈົນເຖິງການວິເຄາະຫາແນວທາງປັບປຸງ ແລະ ອື່ນໆ. ດ້ວຍທີມງານຂອງເຮົາມີຄວາມຊ່ຽວຊານດ້ານອຸດສາຫະກໍາລະດັບໂລກ ແລະ ການສະໜອງການຈັດການລະບົບຕ່ອງໂສ້ການສະໜອງທີ່ດີທີ່ສຸດ.
ການບໍລິຫານການກຳເນີນງານ
ຕ້ອງການຄູ່ຮ່ວມມືທາງທຸລະກິດທີ່ບໍ່ແມ່ນພຽງແຕ່ຊ່ວຍຮັບມືກັບຄວາມຕ້ອງການຂອງຕະຫຼາດເທົ່ານັ້ນ ແຕ່ຍັງສາມາດຄາດການບັນຫາທີ່ຈະເກີດຂຶ້ນໃນອະນາຄົດໄດ້. ໂດຍການລວບລວມ ແລະ ວິເຄາະຂໍ້ມູນການສັ່ງຊື້, ກົດທາງທຸລະກິດ ແລະ ນຳໃຊ້ຫໍຄວບຄຸມທົ່ວໂລກ ທີ່ຊ່ວຍຈັດການຄວາມຂັດແຍ້ງໄດ້ທັນທີ ແລະ ມີການປັບປຸງການບໍລິການທີ່ເປັນເລີດ. ການຄວບຄຸມປະສິດທິພາບຕັ້ງແຕ່ຕົ້ນນໍ້າຮອດປາຍນໍ້າ ແລະ ເຮັດເອກະສານຢ່າງຮອບຄອບເພື່ອໃຫ້ທ່ານມີຄວາມໝັ້ນໃຈໃນຄວາມຊັດເຈນ ແລະ ການວາງແຜນທີ່ເໝາະສົມ. ນອກຈາກນີ້ພວກເຮົາຍັງມີບໍລິການເສີມອີກຫຼາກຫຼາຍເພື່ອສ້າງຄວາມໄດ້ປຽບທາງການແຂ່ງຂັນຂອງທ່ານ.
ເຕັກໂນໂລຊີຕ່ອງໂສ້ການສະໜອງ
ເສີມສ້າງລະບົບຕ່ອງໂສ້ການສະໜອງຂອງທ່ານດ້ວຍແພລດຟອມໄອທີພາຍໃນອົງກອນ - Yusen Vantage ໂດຍການໃຊ້ເຕັກໂນໂລຊີທີ່ອີງໃສ່ຄລາວ ແລະ ວິທີການອອກແບບມາເພື່ອພັດທະນາກັບຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ, Yusen Vantage Performance ໃຫ້ທ່ານມີວິທີການຈັດການສະເພາະເພື່ອສະໜັບສະໜູນຄວາມຕ້ອງການຂອງການເບິ່ງເຫັນ, ການວິເຄາະ ແລະ ການຄວບຄຸມໄດ້ຢ່າງຮອບດ້ານ.
ບົດບາດຄວາມສຳເລັດ
ບົດບາດຄວາມສຳເລັດ

ຕິດຕໍ່ກັບຜູ້ຊ່ຽວຊານທາງດ້ານລະບົບຕ່ອງໂສ້ການສະໜອງ
ພວກເຮົາມີຄວາມຍິນດີທີ່ຈະຊ່ວຍສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ຈັດການລະບົບຕ່ອງໂສ້ການສະໜອງຕາມຄວາມຕ້ອງການຂອງທ່ານ. ຕິດຕໍ່ເຮົາ ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.