ດໍາເນີນການຂົນສົ່ງສິນຄ້າແບບຄົບວົງຈອນ
ການຂົນສົ່ງທາງຖະໜົນທີ່ເຊື່ອຖືໄດ້ ແລະ ອອກແບບມາເພື່ອທ່ານໂດຍສະເພາະ
ບໍ່ວ່າທ່ານຈະຂົນສົ່ງຫຍັງ Yusen Logistics ຈະຈັດຫາຍານພາຫະນະ ແລະ ເສັ້ນທາງທີ່ເໝາະສົມສຳລັບສິນຄ້າຂອງທ່ານ ພວກເຮົາສາມາດເຂົ້າເຖິງອຸປະກອນ ແລະ ຄວາມສາມາດທີ່ທ່ານຕ້ອງການ ພ້ອມກັບສາມາດປັບໂຄງສ້າງຊັບພະຍາກອນໃຫ້ເຂົ້າກັບທຸກເງື່ອນໄຂຫາກເກີດມີການປ່ຽນແປງຄວາມສາມາດຂອງພວກເຮົາປະກອບມີ:
- ການປະສົມປະສານທີ່ມີຄວາມຍືດຫຍຸ່ນຂອງວິທີການທີ່ບໍ່ແມ່ນຊັບສິນ ແລະ ຕາມຊັບສິນ
- Dry van, less-than-truckload (LTL), refrigerated, flatbed, trailer on flatcar (TOFC)
- ການຂົນສົ່ງໃນໄລຍະສັ້ນ
- ການຂົນສົ່ງສິນຄ້າຂ້າມພົມແດນ
- ຫາງລົດພ່ວງ
- ອຸປະກອນທີ່ຫຼາກຫຼາຍສຳລັບການຈັດສົ່ງທຸກປະເພດ
- ເຄືອຂ່າຍທີ່ສາມາດເຂົ້າເຖິງການປະຕິບັດງານທົ່ວໂລກໃນທ້ອງຖິ່ນໄດ້
- ເຂົ້າເຖິງລາຄາໃນທັນທີ
- ລະບົບແບບປະສົມປະສານທີ່ສາມາດເບິ່ງເຫັນການຂົນສົ່ງໄດ້ທຸກຮູບແບບ
- ໄດ້ຮັບການຮັບຮອງ Smart Way ຈາກສະຫະລັດອາເມຣິກາ
ປະຫຍັດຂຶ້ນດ້ວຍການຂົນສົ່ງສິນຄ້າແບບບໍ່ເຕັມລົດ
ການຈັດການການຂົນສົ່ງຂອງທ່ານໂດຍຜ່ານການບໍລິການຮ່ວມກັນ ແລະ ລວບລວມສິນຄ້າຈັດສົ່ງແບບບໍ່ເຕັມລົດເປັນວິທີການທີ່ປະຫຍັດຕົ້ນທຶນ, ປັບປຸງການກະຈາຍຂອງທ່ານໃຫ້ດີຂຶ້ນ ແລະ ເພີ່ມປະສິດທິພາບການຂົນສົ່ງພາຍໃນປະເທດຂອງທ່ານ. ໂດຍອີງໃສ່ປະສົບການ ແລະ ຄວາມເຂົ້າໃຈຂອງພວກເຮົາ, ພວກເຮົາຈະປະສານງານກັບຄວາມທ້າທາຍໃນການສົ່ງສິນຄ້າທີ່ບໍ່ເຕັມລົດບັນທຸກຂອງທ່ານ. ການບໍລິການປະກອບມີ:
- ການບໍລິຫານຈັັດການບັນຊີແບບບໍ່ມີຮອຍຕໍ່
- ການບໍລິການຂົນສົ່ງສິນຄ້າຂ້າມພົມແດນແບບບໍ່ເຕັມລົດບັນທຸກ
- ລາຄາແບບທັນທີ
- ການກວດສອບໃບເກັບເງິນ
- ການລາຍງານທີ່ສົມບູນແບບ
- ລາຄາແບບອອນໄລນ໌
- ບໍລິການແບບເລັ່ງດ່ວນ
- ການຂົນສົ່ງທີ່ລູກຄ້າສາມາດກໍານົດເອງ

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຂົນສົ່ງທາງຖະໜົນ
ພວກເຮົາຍິນດີຊ່ວຍສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະບໍລິການລົດບັນທຸກສິນຄ້າໃນແບບທີ່ທ່ານຕ້ອງການ, ຕິດຕໍ່ເຮົາເພື່ອໃຫ້ເຮົາຊ່ວຍທ່ານຫາທາງອອກ.