ການໄດ້ຮັບສິນຄ້າທີ່ເໝາະສົມຢູ່ໃນຊັ້ນວາງທີ່ຖືກຕ້ອງ ແລະ ໃນເວລາທີ່ເໝາະສົມ

ການແກ້ໄຂບັນຫາຂອງການຂາຍຍ່ອຍທີ່ຮັບປະກັນວ່າສິນຄ້າຄົງຄັງຈະມາຮອດຕາມເວລາທີ່ກໍານົດ ແລະ ຄົບຖ້ວນ

ຜູ້ຂາຍຍ່ອຍຢູ່ໃນສະຖານະການທີ່ບໍ່ເປັນທີ່ຕ້ອງການໃນທຸກມື້ນີ້ ຜູ້ຄົນຄາດຫວັງວ່າຈະມີທາງເລືອກຫຼາຍຂຶ້ນ ແລະ ຄຸນນະພາບທີ່ສູງຂຶ້ນ, ໃນຂະນະທີ່ສິ່ງທີ່ຢູ່ໃນແຟຊັ່ນ ມີການປ່ຽນແປງໃນແຕ່ລະມື້. ສໍາລັບພຶດຕິກໍາທີ່ຄາດຄະເນໄດ້ຍາກນັ້ນ ທຸກຮ້ານຂາຍຍ່ອຍມີລະບົບຕ່ອງໂສ້ການສະໜອງ ແລະ ຄວາມຕ້ອງການທີ່ເປັນເອກະລັກຂອງຕົນເອງ.

ນັ້ນແມ່ນເຫດຜົນທີ່ທີມງານສະເພາະດ້ານຮ້ານຂາຍຍ່ອຍຂອງພວກເຮົາປັບວິທີແກ້ໄຂ ແລະ ຂະບວນການໃຫ້ເໝາະສົມກັບຄວາມຕ້ອງການຂອງທ່ານ - ແລະ ສະເພາະຄວາມຕ້ອງການຂອງທ່ານ - ໃນຂະນະທີ່ການສະໜອງປະສິດທິພາບ, ການເບິ່ງເຫັນ ແລະ ການຄວບຄຸມຕົ້ນທຶນທີ່ຜູ້ຂາຍຍ່ອຍທຸກຄົນພຶງພໍໃຈ. ການປະສົມປະສານລວມຕົວກັບທີມງານຂອງທ່ານຢ່າງລາບລື່ນ, ພວກເຮົາຊ່ວຍຫຼຸດຕົ້ນທຶນໂລຈິສຕິກທັງໝົດຂອງທ່ານດ້ວຍຄວາມຄິດລິເລີ່ມທີ່ເໝາະສົມກັບຕ່ອງໂສ້ການສະໜອງສະເພາະການຂາຍຍ່ອຍຂອງທ່ານ - ໂດຍບໍ່ກະທົບຕໍ່ຄວາມຕ້ອງການໂດຍລວມຂອງທຸລະກິດຂອງທ່ານ. ອຸດສາຫະກໍາການຂາຍຍ່ອຍອາດຈະບໍ່ສາມາດຄາດຄະເນໄດ້, ແຕ່ຂໍ້ມູນເຊີງເລິກທີ່ຂັບເຄື່ອນໂດຍປະສົບການຂອງພວກເຮົາ ແລະ ການວິທີການເພີ່ມປະສິດທິພາບຕົ້ນທຶນຂອງເຮົາຈະເຮັດໃຫ້ທ່ານສາມາດຄວບຄຸມໄດ້ ແລະ ໜ້າເຊື່ອຖື. ດັ່ງນັ້ນ, ລູກຄ້າຂອງພວກເຮົາໄດ້ໃຫ້ຄວາມສໍາຄັນກັບຜົນລັບທີ່ເຮົາທີ່ເຮົາມອບໃຫ້ໃນເລື່ອງຂອງການຄວບຄຸມ, ການປະຕິບັດຕາມຂໍ້ກໍານົດ  ແລະ ການເບິ່ງເຫັນຕໍ່ລະບົບຕ່ອງໂສ້ການສະໜອງທົ່ວໂລກຂອງພວກເຂົາ ແລະ ອີງໃສ່ຄຸນຄ່າຂອງການເປັນຄູ່ຮ່ວມງານຂອງເຮົາ ເພື່ອຈັດການກັບສິ່ງທ້າທາຍທີ່ມີການປ່ຽນແປງຕະຫລອດເວລາ

ບໍລິການຂອງພວກເຮົາ

  • ການ​ຈັດການໃບສັ່ງ​ຊື້​ ແລະ​ ​ຜູ້​ຂາຍ​
  • ຄັງສິນຄ້າທີ່ຍັງບໍ່ໄດ້ຜ່ານພິທີການເຄຼຍພາສີ
  • ການລວມສິນຄ້າຕົ້ນທາງ ແລະ ການບໍລິການມູນຄ່າເພີ່ມ
  • ສິນຄ້າຄົງຄັງທີ່ຈັດການໂດຍຜູ້ຂາຍ
  • ຄົ້ນຫາ ແລະ ເບິ່ງເຫັນຈຸດສຳຄັນຕັ້ງແຕ່ຕົ້ນນໍ້າຈົນເຖິງປາຍນໍ້າ
  • ການຈັດການຜູ້ຂົນສົ່ງ ແລະ ຜູ້ໃຫ້ບໍລິການ
  • ການບໍລິການຂົນສົ່ງສິນຄ້າທາງທະເລ ແລະ ການບໍລິການຂົນສົ່ງສິນຄ້າທາງອາກາດ
  • ການບໍລິການຂົນສົ່ງສິນຄ້າທາງບົກ (ລົດບັນທຸກ ແລະ ລົດໄຟ)
  • ການບໍລິການຂົນສົ່ງສິນຄ້າຂ້າມພົມແດນ
  • ບໍລິການ​ຂົນ​ສົ່ງສິນຄ້າຕໍ່ເນື່ອງຫຼາຍຮູບແບບ
  • ລະບົບແລກປ່ຽນຂໍ້ມູນອີເລັກໂທຣນິກ ແລະ ຄວາມສາມາດຂອງກົນໄກທີ່ຊ່ວຍໃຫ້ການປະກອບຊອຟແວຣ์ສອງສ່ວນສາມາດສື່ສານກັນໄດ້ (EDI &API)
  • ການບໍລິການດ້ານພິທີການພາສີ ແລະ ນາຍໜ້າດໍາເນີນການດ້ານພິທີການພາສີ
  • ການດໍາເນີນການ ຫຼື ແກ້ໄຂດ້ານເອກະສານ ລວມທັງການສ້າງໃບເກັບເງິນທາງການຄ້າຂອງຜູ້ຈັດສົ່ງເອງພາຍໃນ Yusen Vantage
  • ການເບິ່ງເຫັນແບບເວລາຈິງ (real-time) ຕັ້ງແຕ່ຕົ້ນຈົນຈົບ
  • ການຈັດການ & ການລາຍງານຕົວຊີ້ວັດ​ການ​ປະ​ຕິ​ບັດ​ທີ່ສໍາຄັນ 
  • ການຄັດແຍກສິນຄ້າປາຍທາງ
  • ການສົ່ງຜ່ານສິນຄ້າເຂົ້າສາງ
  • ສາງສິນຄ້າ ແລະ ສູນກະຈາຍສິນຄ້າ
  • ການຈັດການສິນຄ້າຄົງຄັງ
  • ສູນຄັງສິນຄ້າສໍາລັບທຸລະກິດຂາຍອອນໄລນ์
  • ການຈັດສົ່ງໄປຈຸດໝາຍປາຍທາງສຸດທ້າຍ
  • ທົດລອງທຸລະກິດການຂາຍຍ່ອຍ ແລະ ສ້າງມູນຄ່າເພີ່ມໃນການບໍລິການ
  • ອອກແບບ ແລະ ປະຕິບັດຕ່ອງໂສ້ການສະໜອງສະເພາະສໍາລັບລູກຄ້າ.
  • ວິທີແກ້ໄຂທີ່ອີງໃສ່ 4PL (ເປັນຮູບແບບການດໍາເນີນງານທີ່ຈ້າງບຸກຄົນພາຍນອກໃຫ້ຄໍາປຶກສາກ່ຽວກັບການພັດທະນາລະບົບໂລຈີສຕິກ ແລະ ພັດທະນາເຄືອຂ່າຍການຈັດການພາຍໃນຕ່ອງໂສ້ການສະໜອງທັງໝົດ)

ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?

  • ເຄືອຂ່າຍທົ່ວໂລກບວກກັບການມຸ່ງເນັ້ນໃນລະດັບທ້ອງຖິ່ນ, ເຊິ່ງຮັບປະກັນການເຂົ້າເຖິງຜູ້ຊ່ຽວຊານດ້ານການຂາຍຍ່ອຍທີ່ເຂົ້າໃຈຄວາມຕ້ອງການສະເພາະຂອງທຸລະກິດຂາຍຍ່ອຍ ແລະ ຜູ້ບໍລິໂພກ
  • ຄວາມເຂົ້າໃຈຢ່າງເລິກເຊິ່ງຂອງພວກເຮົາກ່ຽວກັບຕະຫຼາດຂາຍຍ່ອຍ, ເຊິ່ງໝາຍຄວາມວ່າພວກເຮົາເຂົ້າໃຈຄວາມຕ້ອງການຂອງຄວາມຍືດຫຍຸ່ນຂອງທ່ານ ແລະ ເຮັດຕາມຄໍາໝັ້ນສັນຍາເພື່ອຊອກຫາສິ່ງທີ່ເໝາະສົມກັບຕ່ອງໂສ້ການສະໜອງຂອງທ່ານ.
  • ເຮົາໃຫ້ຄວາມສໍາຄັນກັບ Gemba ເຊິ່ງເປັນແນວທາງປະຕິບັດໃນການທໍາຄວາມເຂົ້າໃຈ ແລະ ສຸມໃສ່ໄປທີ່ການດໍາເນີນການແນວຫນ້າ, ເຊິ່ງໝາຍຄວາມວ່າການຄາດຄະເນບັນຫາ, ຊອກຫາວິທີແກ້ໄຂ, ການກໍານົດທ່າອ່ຽງຂອງຕະຫຼາດຜູ້ບໍລິໂພກ ແລະ ການໃຫ້ຄໍາແນະນໍາກ່ຽວກັບການປະຕິບັດທີ່ດີທີ່ສຸດ ທີ່ມີການປ່ຽນແປງຕະຫຼອດເວລາຂອງແຫຼ່ງສະໜອງວັດຖຸດິບ ແລະ ຜູ້ຜະລິດ
  • ຂໍ້ມູນ ແລະ ເອກະສານສໍາຄັນທີ່ສົ່ງຜ່ານທາງອີເລັກໂທຣນິກແບບເວລາຈິງ Real Time)  ເພື່ອໃຫ້ໝັ້ນໃຈວ່າບັນລຸເປົ້າໝາຍຂອງລະບົບຕ່ອງໂສ້ການສະໜອງແບບຄົບວົງຈອນຂອງທ່ານ, ຕັ້ງແຕ່ການຜະລິດ ແລະ ການຈອງສິນຄ້າຈົນຮອດການຂົນສົ່ງ ແລະ ການຈັດສົ່ງສຸດທ້າຍໄປເຖິງຊັ້ນວາງເຄື່ອງ.
  • ລະບົບທີ່ເປັນເຈົ້າຂອງ ແລະ ເຄື່ອງມືໃນຕ່ອງໂສ້ການສະໜອງ ເພື່ອການຈັດການທີ່ວ່ອງໄວ ແລະ ການເບິ່ງເຫັນໃນທົ່ວທຸກຂັ້ນຕອນຂອງສິນຄ້າຄົງຄັງຂອງທ່ານ
Connect with a Retail Expert

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຂາຍຍ່ອຍ

ພວກເຮົາຍິນດີທີ່ຈະໃຊ້ປະສົບໃນດ້ານການຂາຍຍ່ອຍ ເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.