ແກ້ໄຂບັນຫາຄວາມທ້າທາຍທີ່ຍາກທີ່ສຸດຂອງທ່ານຢ່າງວ່ອງໄວ, ມີປະສິດທິຜົນ ແລະ ສ້າງສັນ
ວິທີການທີ່ເປັນນະວັດຕະກໍາ ແລະ ສະເພາະທາງສໍາລັບການຂົນສົ່ງສິນຄ້າໂຄງການຂະໜາດໃຫຍ່ຂອງທ່ານໃຫ້ປະສົບຜົນສໍາເລັດ
ໜຶ່ງໃນບໍລິສັດຜູ້ຂົນສົ່ງສິນຄ້າໂຄງການຂະໜາດໃຫຍ່ທີ່ວາງໃຈໄດ້ລະດັບໂລກ Yusen Logistics ມີປະສົບການທີ່ທ້າທາຍ, ພວກເຮົາເຮັດວຽກດ້ວຍຄວາມມັກ ແລະ ພູມໃຈ ເພາະພວກເຮົາເຊື່ອວ່າມັນເປັນປັດໄຈສໍາຄັນໃນການແກ້ໄຂສະຖານະການຂອງລູກຄ້າຂອງພວກເຮົາ. ສໍາລັບພວກເຮົາບໍ່ມີຄໍາຮ້ອງຂໍໃດທີ່ເອີ້ນວ່າ "ທຳມະດາ". ລູກຄ້າທຸກຄົນລ້ວນແຕ່ພິເສດ, ທຸກການຕັດສິນໃຈມີຄວາມທ້າທາຍ ແລະ ມາພ້ອມໂອກາດ. ດ້ວຍການຈັດການຮູບແບບການຂົນສົ່ງທົ່ວໂລກ, ທີມງານຂົນສົ່ງສິນຄ້າໂຄງການຂະໜາດໃຫຍ່ຂອງພວກເຮົາໄດ້ມີຄວາມຊ່ຽວຊານດ້ານການປະຕິບັດຕົວຈິງ ແລະ ຄວາມຮູ້ພິເສດສໍາລັບການຮັບມືກັບສິນຄ້າທີ່ທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການສະເພາະອຸດສາຫະກໍາ. ເພື່ອໃຫ້ສິນຄ້າຂອງທ່ານໄປເຖິງຈຸດໝາຍປາຍທາງທີ່ທ່ານຕ້ອງການຢ່າງມີປະສິດທິພາບ, ພວກເຮົາທຸ່ມເທໃຫ້ກັບງານເກີນກວ່າຄວາມຮັບຜິດຊອບ ແລະ ມີຄວາມມຸ່ງໝັ້ນທີ່ຈະຮັບງານທີ່ບໍ່ເຄີຍເຮັດມາກ່ອນ. ພວກເຮົາຈະເຮັດວຽກຮ່ວມກັບທ່ານເປັນທີມງານເພື່ອສ້າງ ແລະ ຈັດການໂຄງການພິເສດຂອງທ່ານ – ໂດຍບໍ່ຄໍານຶງເຖິງຂະໜາດສິນຄ້າ, ນໍ້າໜັກ, ຄວາມຊັບຊ້ອນ, ຫຼື ການຕິດຕັ້ງ – ຈາກແນວຄວາມຄິດສູ່ການເຮັດໃຫ້ເກີດຂຶ້ນຈິງ
ການຂົນສົ່ງແບບຕໍ່ເນື່ອງຫຼາຍຮູບແບບສໍາລັບສິນຄ້າໂຄງການຂະໜາດໃຫຍ່
ພວກເຮົາສາມາດນຳສະເໜີວິທີການຂົນສົ່ງແບບຄົບວົງຈອນທີ່ເໝາະສົມທີ່ສຸດ ໂດຍການປະສົມປະສານຫຼາຍຮູບແບບຂອງການຂົນສົ່ງຢ່າງຊັດເຈນ ແລະ ມີປະສິດທິພາບສູງສຸດ:
- ເຮືອແບບທໍາມະດາ ຫຼື ດັ້ງເດີມທີ່ບັນທຸກສິນຄ້າລົງໃນລະຫວ່າງກາງເຮືອໃຫຍ່ໂດຍກົງ
- ເຮືອແບບ RORO ສຳລັບຂົນສົ່ງຍານພາຫະນະ ໂດຍນໍາມາວາງໃສ່ລໍ້ເລື່ອນເພື່ອຂົນຂຶ້ນເຮືອ
- ການຂົນສົ່ງແບບ break-bulk ເປັນການຂົນແບບຕູ້ຄອນເທນເນີຈໍານວນຫຼາຍ ລວມເຖິງຕູ້ຄອນເທນເນີຂະໜາດໃຫຍ່
- ການຂົນສົ່ງທາງອາກາດ
- ການເຊົ່າເໝົາລຳທາງທາງອາກາດ ແລະ ທາງທະເລ
- ການຂົນສົ່ງສິນຄ້າໄປທ່າເຮືອ
- ການຂົນສົ່ງທາງບົກໂດຍລົດບັນທຸກ, ລົດພ່ວງ ສຳລັບສິນຄ້າທີ່ມີນ້ຳໜັກຫຼາຍ
ການຈັດການລະບົບໂລຈີສຕິກສຳລັບສິນຄ້າຂະໜາດໃຫຍ່
ພວກເຮົາສາມາດວາງແຜນການເຄື່ອນໄຫວໂລຈີສຕິກທົ່ວໂລກໂດຍນໍາໃຊ້ວິທີການຂອງຫໍຄວບຄຸມ ທີ່ມີການເບິ່ງເຫັນຢ່າງເປັນລະບົບ
- ໂລຈີສຕິກການຍ້າຍໂຮງງານແບບຄົບວົງຈອນເຕັມຮູບແບບ
- ການຈັດການ ແລະ ການວາງແຜນໂຄງການ
- ການຄວບຄຸມການເຄື່ອນໄຫວໂລຈີສຕິກໂດຍລວມ ຈົນໄປເຖິງການລົງພື້ນທີ່ ແລະ ຕິດຕາມກວດສອບທີມງານໃນສະຖານທີ່
- ການຈັດການຜູ້ຂາຍທີ່ມີຄວາມຊ່ຽວຊານພິເສດ ໃນຂະແໜງການຍານຍົນການບິນ ແລະ ອາວະກາດ ແລະ ພະລັງງານທົດແທນໜູນວຽນ
- ການຈັດສົ່ງ ແລະ ການບໍລິການນອກສະຖານທີ່
- ການສະໜັບສະໜູນລະບົບໄອທີທີ່ມີຄວາມຈໍາເປັນ
ແນວທາງການແກ້ໄຂເພີ່ມເຕີມ
ຫາກຕ້ອງການພວກເຮົາສາມາດສະໜອງບໍລິການເສີມ ແລະ ປັບແຕ່ງໃຫ້ເປັນບໍລິການແບບຄົບວົງຈອນ:
- ການໃຫ້ຄຳປຶກສາ ແລະ ການວາງແຜນການເຄື່ອນໄຫວໂລຈີສຕິກທັງໝົດດ້ວຍເຄືອຂ່າຍທົ່ວໂລກ
- ການສຶກສາເພື່ອສໍາຫຼວດຄວາມເປັນໄປໄດ້
- ການຄຸ້ມຄອງໃນສະຖານທີ່ເຮັດວຽກ
- ການແກ້ໄຂບັນຫາດ້ວຍລະບົບໄອທີ, ລວມເຖິງຄວາມຊັດເຈນ, ໄດ້ຮັບການສະໜັບສະໜູນດ້ວຍຕົວຊີ້ວັດປະສິດທິພາບທີ່ສໍາຄັນຢ່າງເຕັມທີ່ (KPIs)

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຂົນສົ່ງສິນຄ້າຂະໜາດໃຫຍ່
ພວກເຮົາຍິນດີທີ່ໃຊ້ປະສົບການຂອງເຮົາໃນການຂົນສົ່ງສິນຄ້າຂະໜາດໃຫຍ່ເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ປັບປຸງລະບົບຕ່ອງໂສ້ການສະໜອງຂອງທ່ານໃຫ້ມີປະສິດທິພາບຫລາຍຂຶ້ນ. ຕິດຕໍ່ເຮົາກ່ຽວກັບວິທີທີ່ເຮົາສາມາດຊ່ວຍທ່ານຫາທາງອອກໄດ້.