ຈັດຫາການຂົນສົ່ງຂອງທ່ານຈາກພາຍນອກ

ການບໍລິການຕາມຄວາມຕ້ອງການທີ່ສະໜອງການປະຫຍັດ, ມີປະສິດທິພາບ ແລະ ຊັດເຈນ

ບໍ່ວ່າທ່ານກຳລັງຊອກຫາການຈ້າງບຸກຄົນພາຍນອກເພື່ອຄວາມຕ້ອງການດ້ານການຂົນສົ່ງທັງໝົດຫຼືບາງສ່ວນ, Yusen Logistics ສາມາດຊ່ວຍເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານໄດ້.

ເຄືອຂ່າຍຖານໂລຈີສຕິກທົ່ວໂລກຂອງພວກເຮົາກວມເອົາກວ່າ 40 ປະເທດທົ່ວໂລກ, ເຮັດໃຫ້ສາມາດປະສົມປະສານການດໍາເນີນງານຂອງທ່ານລວມທັງການຈັດຫາ ແລະ ການຈັດການຜູ້ໃຫ້ບໍລິການພາຍນອກ ໃນການລວບລວມຜະລິດຕະພັນ, ວັດສະດຸສາງ, ການບໍລິການເພີ່ມມູນຄ່າ, ການຈໍາໜ່າຍ ແລະ ບໍລິການຂົນສົ່ງທຽບທ່າເຮືອ. ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ແມ່ນໄດ້ປັບແຕ່ງໃຫ້​ເໝາະ​ສົມ​ກັບ​ຄວາມຕ້ອງການຂອງທ່ານສະເພາະທາງທຸ​ລະ​ກິດ​ ແລະ ​ອຸດ​ສາ​ຫະ​ກໍາ​​. ຜົນລັບ? ມີຄວາມຊັດເຈນໃນລະດັບສູງ ແລະ ປະສິດທິພາບທີ່ດີຂຶ້ນ – ຜ່ານການຕິດຕໍ່ຈຸດດຽວ ສາມາດຈັດຈ້າງຄົນພາຍນອກໄດ້ຢ່າງ​​ງ່າຍ​ດາຍ​.

ການບໍລິການຂອງເຮົາປະກອບມີ:

  • ການກະຈາຍສິນຄ້າໂດຍກົງ (ຈາກທ່າເຮືອຫຼືຈາກສູນກະຈາຍສິນຄ້າ (DCs) ໄປຫາຮ້ານຄ້າ)
    ຕົວເລືອກການເພີ່ມມູນຄ່າທີ່ສາມາດປັບແຕ່ງໄດ້ສໍາລັບຜູ້ຄ້າຍ່ອຍ ປະກອບມີການສະແດງຈຸດຂາຍ (POS) ທີ່ກຽມພ້ອມສໍາລັບການຈັດສົ່ງໂດຍກົງໄປຫາຮ້ານຄ້າ ແລະ ການຈັດສົ່ງທີ່ທັນເວລາສໍາລັບການສົ່ງເສີມການຂາຍຍ່ອຍ. ຜູ້ຊ່ຽວຊານດ້ານອຸດສາຫະກໍາຂາຍຍ່ອຍ ແລະ ຕ່ອງໂສ້ການສະໜອງຂອງພວກເຮົາຍັງໃຫ້ຄໍາປຶກສາກ່ຽວກັບການວາງແຜນເຄືອຂ່າຍເພື່ອຊ່ວຍທ່ານຊອກຫາໂອກາດເພີ່ມເຕີມສໍາລັບການປັບປຸງປະສິດທິພາບ.
  • ການຂົນສົ່ງຈາກຜູ້ສະໜອງຫຼາຍໆເຈົ້າເຂົ້າສາຍການຜະລິດ
    ພວກເຮົານໍາສະເໜີການລວບລວມສິນຄ້າທີ່ມີການວາງແຜນໄວ້ຢ່າງດີ ເພື່ອເພີ່ມປະສິດທິພາບໂລຈີສຕິກການຮັບ ແລະ ສົ່ງມອບສິນຄ້າ ແລະ ຫຼຸດຕົ້ນທຶນການຂົນສົ່ງ.
  • ໂລຈີສຕິກຫຼັງການຂາຍ
    ເຮົາເປັນຄູ່ຮ່ວມງານດ້ານໂລຈີສຕິກຫຼັງການຂາຍທີ່ບໍລິສັດຂະໜາດໃຫຍ່ຫຼາຍແຫ່ງເລືອກໃຊ້, ເພາະພວກເຮົາຮູ້ວິທີການປົກປ້ອງພາບລັກຂອງແບຣນ. ບັນດາບໍລິສັດຕ່າງໆໃນຂະແໜງລົດຍົນ, ຊິ້ນສ່ວນອາໄຫຼ່ ແລະ ອຸປະກອນຂອງເຄື່ອງບິນ ແລະ ໂດຍສະເພາະແມ່ນເຕັກໂນໂລຊີຂັ້ນສູງໃຫ້ຄວາມສໍາຄັນກັບວິທີທີ່ພວກເຮົາໃຫ້ບໍລິການອຸປະກອນເສີມ ແລະ ອາໄຫຼ່ທົດແທນຂອງເຂົາເຈົ້າ.
  • ການຂົນສົ່ງໄປຫາຈຸດໝາຍປາຍທາງສຸດທ້າຍ
    ພວກເຮົາສະເໜີບໍລິການພິເສດທັງໝົດທີ່ຈຳເປັນສຳລັບການຈັດສົ່ງໄປຫາຈຸດໝາຍປາຍທາງສຸດທ້າຍ, ລວມທັງການຈັດການຢ່າງພິຖີພິຖັນສຳລັບອຸປະກອນທີ່ມີຄວາມອ່ອນໄຫວສູງ ຫຼື ງານວິຈິດສິລະປະ, ການບັນຈຸພັນ, ການຕິດຕັ້ງຜະລິດຕະພັນຢູ່ປາຍທາງສຸດທ້າຍ ແລະ ການຝຶກອົບຮົມຂັ້ນພື້ນຖານສຳລັບຜູ້ໃຊ້ໃນສະຖານທີ່. ພວກເຮົາສາມາດຊ່ວຍກໍານົດການຕັ້ງຄ່າເຄືອຂ່າຍທີ່ເໝາະສົມທີ່ສຸດ.
  • ການຂົນສົ່ງສິນຄ້າຂ້າມພົມແດນ
    ພວກເຮົາດໍາເນີນການຂົນສົ່ງສິນຄ້າຂ້າມພົມແດນ ດ້ວຍການບໍລິການສະໜັບສະໜູນທັງໝົດທີ່ທ່ານຄາດຫວັງຈາກຜູ້ນໍາໃນອຸດສາຫະກໍາ, ຕັ້ງແຕ່ພິທີການພາສີໄປເຖິງການສົ່ງສິນຄ້າຂ້າມພົມແດນ, ການລວບລວມສິນຄ້າ, ການຄັດແຍກສິນຄ້າ ແລະ ການຂົນແບບສົ່ງກັບຄືນ.
Connect with a Contract Logistics Expert

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຂົນສົ່ງ

ພວກເຮົາຍິນດີໃຊ້ປະສົບການຂອງພວກເຮົາເພື່ອສະໜັບສະໜູນການດໍາເນີນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ປັບປຸງລະບົບຕ່ອງໂສ້ການສະໜອງຂອງທ່ານໃຫ້ມີປະສິດທິພາບຫຼາຍຂຶ້ນ. ຕິດຕໍ່ພວກເຮົາກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານຫາທາງອອກໄດ້.