ສົ່ງມອບຄຸນນະພາບ
ລູກຄ້າມາຫາພວກເຮົາ - ແລະຢູ່ກັບພວກເຮົາ - ເນື່ອງຈາກການບໍລິການທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງຂອງພວກເຮົາ.
ເຮັດວຽກກັບ Yusen Logistics, ທ່ານຈະມີທີມງານທີ່ທຸ່ມເທ, ເຊື່ອຖືໄດ້ ແລະ ມີປະສົບການຫຼາກຫຼາຍ ທີ່ສຸມໃສ່ການສ້າງຄວາມສໍາພັນໄລຍະຍາວທີ່ມີຜົນປະໂຫຍດເຊິ່ງກັນແລະກັນ
ຄຸນນະພາບການບໍລິການຂອງພວກເຮົາມີຄວາມສະໝໍ່າສະເໝີທົ່ວໂລກ ເນື່ອງຈາກຄວາມພະຍາຍາມໃນຂະບວນການທີ່ໄດ້ມາດຕະຖານຫຼາຍຢ່າງ, ລວມທັງມາດຕະການການປະຕິບັດມາດຕະຖານ (SOPs) ຂອງພວກເຮົາທີ່ໄດ້ຮັບການກວດສອບ ແລະ ປັບປຸງຢ່າງຕໍ່ເນື່ອງ ເຊິ່ງເປັນສ່ວນໜຶ່ງຂອງວັດທະນະທໍາໄຄເຊັນ (Kaizen) ຂອງພວກເຮົາ.
ນອກນັ້ນທ່ານຍັງສາມາດຄາດຫວັງວ່າຄວາມໃສ່ໃຈໃນລາຍລະອຽດໂດຍການເນັ້ນໜັກໃສ່ Gemba ຂອງເຮົາ - ການເຝິກທໍາຄວາມເຂົ້າໃຈ ແລະ ຢູ່ໃນແຖວໜ້າຂອງການດໍາເນີນງານເພື່ອກວດຫາບັນຫາກ່ອນທີ່ມັນຈະເປັນບັນຫາ.
ການປັບປຸງຄຸນນະພາບແມ່ນສ່ວນໜຶ່ງຂອງວັດທະນະທໍາຂອງພວກເຮົາ
ທີ່ Yusen Logistics, Kaizen ແລະ Gemba ບໍ່ແມ່ນພຽງແຕ່ກົນລະຍຸດການຈັດການ - ແຕ່ເປັນແກນຫຼັກຂອງວັດທະນະທໍາຂອງບໍລິສັດຂອງພວກເຮົາ. ເຊິ່ງແຕກຕ່າງຈາກຄູ່ແຂ່ງຂອງພວກເຮົາ, ພວກເຮົາບໍ່ພຽງແຕ່ນໍາໃຊ້ແນວຄວາມຄິດຂອງ Gemba ຫຼື Kaizen ເທົ່ານັ້ນ ແຕ່ພວກເຮົາປະຕິບັດຕາມນັ້ນເປັນປົກກະຕິ.
ຮຽນຮູ້ ກ່ຽວກັບການທຸ່ມເທເພື່ອຄຸນນະພາບຂອງພວກເຮົາ.
ຄໍາຕອບແມ່ນ Y.E.S. (ລະບົບ Yusen Excellence)
ຕາມລາຍລະອຽດໃນແຜນທຸລະກິດໄລຍະກາງຂອງພວກເຮົາ ຫັນປ່ຽນໄປສູ່ປີ 2025, ໜຶ່ງໃນອົງປະກອບຫຼັກຂອງຍຸດທະສາດທາງທຸລະກິດຂອງພວກເຮົາໃນອີກຫຼາຍປີຂ້າງຫນ້າແມ່ນການຮັບປະກັນຄຸນນະພາບການບໍລິການຂອງພວກເຮົາ. ການມອບປະສົບການທີ່ສະໝໍ່າສະເໝີ ແລະ ມີຄຸນນະພາບສູງໃຫ້ແກ່ລູກຄ້າຂອງບໍລິສັດ Yusen Logistics ແລະ ພາລະບົດບາດຂອງພວກເຮົາໃນການສົ່ງມອບ. Y.E.S. (Yusen Excellence System), ເຊິ່ງແມ່ນລະບົບການຈັດການຄຸນນະພາບລະດັບໂລກ (QMS) ດັ້ງເດີມຂອງກຸ່ມບໍລິສັດ Yusen Logistics ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 1 ເມສາ 2020.
Y.E.S. ນໍາພາພວກເຮົາໄປສູ່ວິທີການທີ່ມີໂຄງສ້າງເພື່ອປັບປຸງຄຸນນະພາບການບໍລິການຢ່າງທົ່ງເຖິງພາຍໃຕ້ຄວາມຄິດລິເລີ່ມດ້ານການຈັດການ ແລະ ໃຫ້ບໍລິການທີ່ມີຄຸນນະພາບສູງໃຫ້ແກ່ລູກຄ້າບໍ່ວ່າຈະຢູ່ບ່ອນໃດກໍ່ຕາມ.
ໝັ້ນໃຈໄດ້ວ່ານະໂຍບາຍຄຸນນະພາບຂອງກຸ່ມບໍລິສັດ Yusen Logistics ໂດຍຜ່ານ Y.E.S ຈະກວມເອົາ:
1) ສຸຂະພາບ ແລະຄວາມປອດໄພ
ພວກເຮົາຮັບປະກັນສະພາບແວດລ້ອມການເຮັດວຽກທີ່ປອດໄພ ແລະ ສະໜັບສະໜູນການເຮັດວຽກ ໂດຍເນັ້ນໃສ່ການປະຕິບັດຕາມຂໍ້ກໍານົດໂດຍບໍ່ຄໍານຶງເຖິງສະຖານທີ່, ສໍານັກງານ, ຫຼືສິ່ງອໍານວຍຄວາມສະດວກ.
2) ສ້າງຂະບວນການທີ່ເປັນມາດຕະຖານ
ພວກເຮົາມຸ່ງໝັ້ນທີ່ຈະພັດທະນາຂະບວນການສໍາລັບລູກຄ້າ ແລະ ທຸລະກິດຂອງເຮົາທີ່ໃຫ້ບໍລິການໃນລະດັບທີ່ລູກຄ້າສາມາດໄວ້ວາງໃຈໄດ້, ບໍ່ວ່າພວກເຂົາເຮັດທຸລະກິດຢູ່ບ່ອນໃດໃນໂລກກໍ່ຕາມ.
3) ກິດຈະກໍາໄຄເຊັນ (Kaizen)
ພວກເຮົາເຮັດວຽກຢ່າງຕໍ່ເນື່ອງເພື່ອຄົ້ນຫາວິທີທີ່ດີກວ່າໃນການໃຫ້ບໍລິການຂອງພວກເຮົາ ແລະ ປັບປຸງຄຸນນະພາບໃຫ້ແກ່ລູກຄ້າຂອງພວກເຮົາໂດຍຜ່ານກິດຈະກໍາໄຄເຊັນ (Kaizen) ໃນທຸກລະດັບຂອງທຸລະກິດຂອງພວກເຮົາ.
4) ຄວາມຄິດລິເລີ່ມດ້ານການບໍລິຫານຈັດການ
ຄວາມມຸ່ງໝັ້ນ 3 ປະການ (ສຸຂະພາບ & ຄວາມປອດໄພ, ການສ້າງຂະບວນການທີ່ເປັນມາດຕະຖານ ແລະ ກິດຈະກໍາໄຄເຊັນ Kaizen) ຂັບເຄື່ອນໂດຍພາລະກິດຂອງອົງກອນພວກເຮົາເພື່ອກາຍເປັນບໍລິສັດໂລຈິສຕິກຕ່ອງໂສ້ການສະໜອງທີ່ຕ້ອງການຂອງໂລກ ດ້ວຍຄ່ານິຍົມ ແລະ ພຶດຕິກໍາຂອງພວກເຮົາພາຍໃຕ້ຄວາມຄິດລິເລີ່ມດ້ານການບໍລິຫານຈັດການ
ຜົນກະທົບສະເພາະ
ການນໍາ Y.E.S. ໄປໃຊ້ ຈະບັນລຸສິ່ງຕໍ່ໄປນີ້:
ປ້ອງກັນການເກີດເຫດການຊ້ຳອີກດ້ວຍລະບົບການຈັດການເຫດການ (I.M.S : Incident Management System)
ພວກເຮົາກຳລັງປັບປຸງຄຸນນະພາບການບໍລິການຂອງພວກເຮົາຢ່າງໜັກແໜ້ນດ້ວຍ Y.E.S., ພວກເຮົາຍັງເຮັດວຽກເພື່ອປ້ອງກັນບໍ່ໃຫ້ເຫດການທີ່ຄ້າຍຄືກັນເກີດຂຶ້ນອີກໂດຍໃຊ້ ລະບົບການຈັດການເຫດການ (I.M.S : Incident Management System). ທີ່ເປັນກໍາມະສິດຂອງເຮົາເອງ ເພື່ອຮັບມືກັບເຫດການທີ່ເກີດຂຶ້ນແລ້ວ.
I.M.S. ໄດ້ຖືກຈັດຕັ້ງປະຕິບັດຢູ່ໃນທຸກສະຖານທີ່ປະຕິບັດງານ ແລະ ສໍານັກງານຂອງບໍລິສັດ Yusen Logistics ເພື່ອຊ່ວຍປ້ອງກັນການເກີດເຫດການຊໍ້າ I.M.S . ມີລະບົບໄອທີຂອງຕົວເອງທີ່ມີຊື່ວ່າ ADS ເຊິ່ງກໍານົດ, ຈັດການ ແລະ ດູແລເຫດການຕ່າງໆໃນທົ່ວໂລກໄດ້ຢ່າງວ່ອງໄວ. ເມື່ອເຫດການເກີດຂຶ້ນ ພວກເຮົາປະຕິບັດຕາມຂະບວນການຄວບຄຸມເຫດການມາດຕະຖານທີ່ກໍານົດໄວ້ໃນ I.M.S.
ດ້ວຍ Y.E.S. ແລະ I.M.S., ພວກເຮົາສັນຍາວ່າຈະມອບຄຸນນະພາບທີ່ດີທີ່ສຸດເທົ່ານັ້ນທີ່ເປັນໄປໄດ້ໃຫ້ແກ່ລູກຄ້າຂອງພວກເຮົາທຸກຄົນ.