ລະບົບໂລຈີສຕິກທີ່ມີຄວາມງ່າຍດາຍ, ເພີ່ມປະສິດທິພາບຕ່ອງໂສ້ການສະໜອງຂັ້ນສູູງສຸດ
ໃຊ້ປະໂຫຍດຈາກຜູ້ຊ່ຽວຊານໃນການບໍລິຫານການດໍາເນີນງານ ການບໍລິການຂອງພວກເຮົາໃຫ້ຄວາມຍືດຫຍຸ່ນໃນການຈັດການການຂົນສົ່ງຫຼາຍຮູບແບບ ແລະ ມຸ່ງເນັ້ນຄວາມຊັດເຈນ, ຄວບຄຸມໄດ້ ແລະ ເປັນໄປຕາມຄວາມຕ້ອງການທາງທຸລະກິດຂອງທ່ານ. ພວກເຮົາສາມາດຍົກໃຫ້ເຫັນພາບລວມເຊີງປະລິມານໃນແຕ່ລະເວລາສໍາລັບຕ່ອງໂສ້ການສະໜອງຂອງທ່ານ ແລະ ຍັງໃຫ້ຄວາມຮູ້ເຊີງເລິກທີ່ສາມາດນຳໄປໃຊ້ໄດ້ ເຊິ່ງບໍ່ພຽງແຕ່ຫຼຸດຜ່ອນຄວາມສ່ຽງ ແຕ່ຍັງເປັນແນວທາງການປັບປຸງຢ່າງຕໍ່ເນື່ອງອີກດ້ວຍ. ນັ້ນໝາຍຄວາມວ່າທ່ານຍັງສາມາດຕັດສິນໃຈໃນທາງທຸລະກິດໄດ້ທັນເວລາ ແລະ ມີຂໍ້ມູນທີ່ຫຼາຍຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກຂໍ້ມູນ ແລະ ຄວາມຊ່ຽວຊານ.
ການບໍລິຫານຈັດການຄຳສັ່ງຊື້ສິນຄ້າ
ທ່ານເບື່ອກັບການທີ່ຕ້ອງຕິດຕໍ່ ແລະ ຕິດຕາມກັບຫຼາຍພາກສ່ວນໃນທຸກຂະບວນການສັ່ງຊື້ຫຼືບໍ່? ມາປັບປຸງການບໍລິຫານຈັດການຄຳສັ່ງຊື້ຂອງທ່ານໃຫ້ດີຂຶ້ນ ໂດຍເລີ່ມຈາກການສື່ສານກັບຜູ້ສະໜອງ, ຕິດຕາມສະຖານະຄຳສັ່ງຊື້ ແລະ ການດໍາເນີນຂົນສົ່ງຈົນສໍາເລັດທຸກຂະບວນການດ້ວຍ Yusen Vantage Performance ເຮົາມີການເຝິກອົບຮົມໃຫ້ແກ່ຜູ້ສະໜອງໄປຈົນເຖິງຄູ່ຮ່ວມມືທາງທຸລະກິດຂອງທ່ານ ໃຫ້ສາມາດຈັດການໄດ້ຢ່າງເໝາະສົມຕັ້ງແຕ່ຕົ້ນເຊິ່ງມີຮູບແບບການສັ່ງຊື້ທີ່ແຕກຕ່າງກັນ.
ການບໍລິຫານຈັດການກ່ຽວກັບຜູ້ສະໜອງ
ທ່ານຍັງໃຊ້ Excel ໃນການບໍລິຫານຈັດການຜູ້ຈັດຈໍາໜ່າຍໃນອົງກອນຢູ່ຫຼືບໍ່? ຫຼືຍັງຕິດຢູ່ກັບຊອຟແວການບໍລິຫານຈັດການຜູ້ຈັດຈໍາໜ່າຍທີ່ມີລາຄາສູງຢູ່ ບໍ່ເໝາະສົມກັບທຸລະກິດຂອງທ່ານຫຼືບໍ່? ບາງບໍລິສັດສາມາດຕັດສິນໃຈທາງທຸລະກິດທີ່ດີຂຶ້ນດ້ວຍການບໍລິຫານຈັດການກ່ຽວກັບຜູ້ສະໜອງຂອງພວກເຮົາ. ໂດຍປັບປຸງຂະບວນການສໍາລັບຜູ້ສະໜອງທັງໝົດທີ່ກ່ຽວຂ້ອງ, ປະເມີນການປະຕິບັດງານຂອງຕົນເອງ ແລະ ປັບພັດທະນາປະສິດທິພາບທາງທຸລະກິດໂດຍລວມ.
ການວາງແຜນ ແລະ ການຈັດການເສັ້ນທາງການຂົນສົ່ງ
ໃນນາມຜູ້ໃຫ້ບໍລິການດ້ານໂລຈີສຕິກ (LSP), ພວກເຮົາມີການວາງແຜນ ແລະ ດຳເນີນການດ້ານການຂົນສົ່ງຕໍ່ເນື່ອງໃນຫຼາຍຮູບແບບເຊິ່ງປັບໃຫ້ເໝາະສົມທີ່ສຸດສຳລັບການຂົນສົ່ງຂອງທ່ານ. ຖ້າທ່ານບໍ່ສາມາດຢູ່ທົ່ວທຸກແຫ່ງໃນເວລາດຽວກັນ ທີມງານຫໍຄວບຄຸມທົ່ວໂລກຂອງພວກເຮົາຕິດຕາມຂະບວນການດັ່ງກ່າວຢ່າງໃກ້ຊິດ ແລະ ສາມາດປັບລະບົບໂລຈີສຕິກທີ່ຢຸດສະງັກໄດ້ຢ່າງວ່ອງໄວດ້ວຍເສັ້ນທາງຕ່າງໆດ້ວຍຄວາມຊໍານານໃນການດໍາເນີນງານທີ່ຕົ້ນທາງ ແລະ ຈຸດໝາຍປາຍທາງຂອງພວກເຮົາ, ພວກເຮົາຍັງໃຫ້ ບໍລິການເພີ່ມມູນຄ່າ ທີ່ຫຼາກຫຼາຍທີ່ຈະເຮັດໃຫ້ໄດ້ປະສິດທິພາບ ແລະ ປະຫຍັດຕົ້ນທຶນຫຼາຍທີ່ສຸດ.
ການປະຕິບັດຕາມຂໍ້ກໍານົດ
ກຳລັງຊອກຫາການບໍລິການ ແລະ ການປະຕິບັດຕາມຂໍ້ກໍານົດຕັ້ງແຕ່ຕົ້ນຈົນຈົບຢູ່ຫຼືບໍ່? ທີມງານຫໍຄວບຄຸມຂອງພວກເຮົາສາມາດຕິດຕາມກວດກາທຸກດ້ານຂອງລະບົບຕ່ອງໂສ້ການສະໜອງເພື່ອໃຫ້ທ່ານສາມາດຈັດການການປະຕິບັດຂອງຜູ້ສະໜອງ, ການປະຕິບັດຕາມ ແລະ ການດໍາເນີນງານໃນຜູ້ຈັດຈໍາໜ່າຍຕ່າງໆ ແລະ ປະເທດຕ່າງໆໄດ້ຢ່າງງ່າຍດາຍດ້ວຍ Yusen Vantage Performance ເປັນລະບົບອັດຕະໂນມັດ ແລະ ຕິດຕາມຂໍ້ມູນທີ່ປະເມີນ KPIs ທີ່ສໍາຄັນຕໍ່ຄວາມສໍາເລັດຂອງທ່ານ. ໂດຍການນໍາໃຊ້ການກວດສອບຂໍ້ມູນທີ່ມີ ແລະ ລະບົບອັດຕະໂນມັດທາງປັນຍາສໍາລັບການຈັດສົ່ງ ແລະ ປະຕິບັດຕາມກົດລະບຽບ, ທ່ານຈະສາມາດປະຫຍັດເວລາ ແລະ ພະລັງງານໃນຂະນະທີ່ຄວາມສ່ຽງຫຼຸດລົງ.
ການບໍລິຫານຕົ້ນທຶນ
ພວກເຮົາຮັບຮອງໃນຄຳໝັ້ນສັນຍາໃນຄວາມເປັນເລີດທາງດ້ານການປະຕິບັດງານຕັ້ງແຕ່ຈົນຈົບ ລວມເຖິງການບໍລິຫານຈັດການຕົ້ນທຶນໃນການດໍາເນີນງານດ້ານໂລຈີສຕິກທັງໝົດ ດ້ວຍການປະສານງານທີ່ສໍາຄັນລະຫວ່າງຜູ້ສະໜອງ ແລະ ທີມໂລຈີສຕິດພາຍໃນ Yusen Vantage Performance ມີການບໍລິຫານຕົ້ນທຶນທີ່ມີປະສິດທິພາບ ແລະ ສາມາດກວດສອບໄດ້ເຊັ່ນການອອກເອກະສານຮຽກເກັບເງິນ ມີການເຜີຍແຜ່ເອກະສານພາຍໃນແພລດຟອມດຽວ ນັ້ນໝາຍຄວາມວ່າທ່ານຈະສາມາດປະຢັດເວລາ ແລະ ຊັບພະຍາກອນເພື່ອການບໍລິຫານຕົ້ນທຶນທີ່ດີກວ່າ.
ບົດບາດຄວາມສຳເລັດ
ບົດບາດຄວາມສຳເລັດ

ຕິດຕໍ່ກັບຜູ້ຊ່ຽວຊານທາງດ້ານລະບົບຕ່ອງໂສ້ການສະໜອງ
ພວກເຮົາມີຄວາມຍິນດີທີ່ຈະຊ່ວຍສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ຈັດການລະບົບຕ່ອງໂສ້ການສະໜອງຕາມຄວາມຕ້ອງການຂອງທ່ານ. ຕິດຕໍ່ເຮົາ ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.