ເຊື່ອມຕໍ່ກັບທຸກໂອກາດທົ່ວໂລກ

ການບໍລິການທີ່ມີຄວາມປອດໄພໂດຍຜູ້ຊ່ຽວຊານດ້ານການຂົນສົ່ງສິນຄ້າທາງທະເລ

ປະໂຫຍດຈາກການມີເຄືອຂ່າຍທົ່ວໂລກ ແລະ ມີຄວາມສໍາພັນອັນຍາວນານກັບຜູ້ໃຫ້ບໍລິການຂົນສົ່ງສິນຄ້າທາງເຮືອ. Yusen Logistics ມີບໍລິການຂົນສົ່ງສິນຄ້າທາງທະເລຍືດຫຍຸ່ນ ແລະ ເຊື່ອຖືໄດ້ດ້ວຍການດໍາເນີນງານທີ່ດີເລີດ. ເຮົາໃຊ້ເວລາໃນການທຳຄວາມເຂົ້າໃຈກ່ຽວກັບທຸລະກິດຂອງທ່ານ ແລະ ຫຼັງຈາກນັ້ນເຮັດວຽກຮ່ວມກັບທ່ານເພື່ອພັດທະນາການແກ້ໄຂການຂົນສົ່ງທີ່ສາມາດກໍານົດເອງໄດ້,  ຕັ້ງແຕ່ການຫາຕາຕະລາງການເດີນເຮືອທີ່ດີທີ່ສຸດສໍາລັບການຂົນສົ່ງເພື່ອຮັບປະກັນອັດຕາລາຄາທີ່ສາມາດແຂ່ງຂັນໄດ້ ບໍ່ວ່າທ່ານຈະຕ້ອງການແຍກ ຫຼື ແບ່ງການບັນທຸກ ຫຼື ເຊື່ອມຕໍ່ເນື່ອງກັບການບໍລິການອື່ນໆເຊັ່ນ: ການຂົນສົ່ງສິນຄ້າທາງອາກາດ, ການຂົນສົ່ງສິນຄ້າຕໍ່ເນື່ອງຫຼາຍຮູບແບບ, ການຂົນສົ່ງສິນຄ້າຂ້າມພົມແດນ, ລວມໄປເຖິງການບໍລິການນາຍໜ້າພິທີການພາສີ – ພວກເຮົາເຕັມທີ່ສະເໝີເພື່ອຊ່ວຍໃຫ້ທ່ານຊອກຫາວິທີແກ້ໄຂທີ່ທ່ານຕ້ອງການ.

ຜູ້ຊ່ຽວຊານດ້ານການບໍລິການຂົນສົ່ງສິນຄ້າທາງທະເລທີ່ມີຄວາມຊໍານານໃນທົ່ວໂລກ, ມີທັກສະ ແລະ ປະສົບການສະເພາະທາງໃນແຕ່ລະອຸດສາຫະກຳເພື່ອໃຫ້ທ່ານມີຄວາມໝັ້ນໃຈວ່າການຂົນສົ່ງຂອງທ່ານໃນທົ່ວໂລກຈະມີຄວາມປອດໄພ ແລະ ເຊື່ອຖືໄດ້

ແນວທາງການແກ້ໄຂບັນຫາສໍາລັບອຸດສາຫະກຳ

ໃນພາກສ່ວນຂອງອຸດສາຫະກຳສ່ວນຫຼາຍມີຂໍ້ຈໍາກັດສະເພາະທີ່ຕ້ອງໃຊ້ການພິຈາລະນາ ຫຼື ສາມາດໄດ້ຮັບຜົນປະໂຫຍດຈາກບໍລິການເສີມຂອງພວກເຮົາ, ປະກອບດ້ວຍ:

  • ການບໍລິການຂົນສົ່ງສິນຄ້າທາງທະເລແບບເຕັມຕູ້ຄອນເທນເນີ (FCL)


    ການຂົນສົ່ງແບບ FCL ແມ່ນມີຄວາມຄຸ້ມຄ່າ ແລະ ສາມາດຫຼຸດການປ່ອຍກາສຄາບອນ (CO2) ເມື່ອປຽບທຽບກັບການຂົນສົ່ງແບບອື່ນ. ດ້ວຍຄວາມສໍາພັນທີ່ຍາວນານກັບສາຍເຮືອຈໍານວນຫຼາຍຂອງພວກເຮົາ ເຮັດໃຫ້ທ່ານມີພື້ນທີ່ໃນການສົ່ງສິນຄ້າ ແລະ ໄດ້ປຽບດ້ານລາຄາ ເຊິ່ງໃນ Yusen Vantage Focus ທ່ານຈະສາມາດຕິດຕາມສະຖານະການຂົນສົ່ງຂອງທ່ານໄດ້.

  • ການບໍລິການຂົນສົ່ງສິນຄ້າທາງທະເລແບບບໍ່ເຕັມຕູ້ຄອນເທນເນີ (LCL)


    ການບໍລິການການຂົນສົ່ງສິນຄ້າແບບບໍ່ເຕັມຕູ້ຄອນເທນເນີ ຫຼື ການຂົນສົ່ງແບບລວມກັນ (LCL) ໃຫ້ທ່ານມີຄວາມຍືດຫຍຸ່ນໃນການຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນຂອງທ່ານ. ການສະໜອງການບໍລິການລວມຂອງພວກເຮົາເອງ ຫຼື ການບໍລິການລວມຫຼາຍປະເທດ (MCCS) ເປັນການຂົນສົ່ງທີ່ມີຄວາມຊັບຊ້ອນແຕ່ກໍຈະຊ່ວຍຄວບຄຸມຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ເວລາການຂົນສົ່ງ. ການບໍລິການ LCL ຂອງພວກເຮົາແມ່ນສາມາດຕິດຕາມສະຖານະການຂົນສົ່ງຂອງທ່ານໄດ້ແບບອອນໄລນ์ດ້ວຍ Yusen Vantage Focus.
    ຮຽນຮູ້ເພີ່ມເຕີມກ່ຽວກັບການບໍລິການຂົນສົ່ງສິນຄ້າທາງທະເລແບບບໍ່ເຕັມຕູ້ຄອນເທນເນ

  • ການບໍລິການຂົນສົ່ງສິນຄ້າທາງທະເລແບບຄວບຄຸມອຸນຫະພູມ


    ດ້ວຍຫ້ອງເຢັນທີ່ສາມາດຄວບຄຸມອຸນຫະພູມຕັ້ງແຕ່ສິນຄ້າແຊ່ແຂງໄປຈົນເຖິງສິນຄ້າອຸນຫະພູມປົກກະຕິ. ພວກເຮົາມີທັງຕູ້ຄອນເທນເນີ ແລະ ສາງສິນຄ້າຄວບຄຸມອຸນຫະພູມທີ່ສາມາດຕອບສະໜອງຄວາມຕ້ອງການທີ່ຫຼາຍທີ່ສຸດຂອງ ອຸດສາຫະກໍາອາຫານ, ການບິນ ແລະ ຍານອາວະກາດ, ການຢາ, ແລະ ເຕັກໂນໂລຊີ. ນອກຈາກນີ້ເຮົາຍັງມີບໍລິການເສີມເຊັ່ນ: ບັນຈຸພັນພິເສດເພື່ອເພີ່ມຄວາມປອດໄພໃນການຂົນສົ່ງ, ມີເຄື່ອງມືສຳລັບບັນທຶກຂໍ້ມູນອຸນຫະພຸມ ລວມໄປເຖິງລະບົບໄອທີທີ່ສາມາດຕິດຕາມສິນຄ້າໃນທຸກຈຸດຂອງການເດີນທາງ

  • ການຂົນສົ່ງສິນຄ້າຂະໜາດໃຫຍ່ ແລະ ການຂົນສົ່ງສິນຄ້າແບບບໍ່ໃຊ້ຕູ້ຄອນເທນເນີ


    ພວກເຮົາມີທີມງານຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ມີປະສົບການເຊີງເລິກໃນການການຂົນສົ່ງທຸກຮູບແບບ ໂດຍມີຄວາມຊ່ຽວຊານໃນການຈັດການການຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ມີຄວາມຊັບຊ້ອນ ຕັ້ງແຕ່ແນວຄິດວິທີການໄປຈົນເຖິງການປະຕິບັດ.

  • ການບໍລິການເສີມໃນການຂົນສົ່ງສິນຄ້າທາງທະເລ


    ການສະເໜີບໍລິການເສີມທີ່ມີຄວາມຫຼາກຫຼາຍເຊັ່ນ: ການຂົນສົ່ງສິນຄ້າຈາກຕົ້ນທາງຮອດຜູ້ຮັບປາຍທາງ - ນາຍໜ້າພິທີການພາສີ - ປະກັນໄພສິນຄ້າ ແລະ ອື່ນໆ. ພວກເຮົາຈະມີເຄື່ອງມື ແລະ ວິທີແກ້ໄຂທີ່ກະກຽມໄວ້ ແລະ ຕອບສະໜອງຄວາມຕ້ອງການການຂົນສົ່ງສະເພາະຂອງທ່ານ.

  • ຄວາມມຸ່ງໝັ້ນໃນການສ້າງສັນນະວັດຕະກໍາ


    ພວກເຮົາມີການບັນທຶກ ແລະ ຕິດຕາມນະວັດຕະກຳກ່ຽວກັບເຕັກໂນໂລຊີໂລຈີສຕິກ ໂດຍການຫາແນວທາງທີ່ດີກວ່າໃຫ້ລູກຄ້າ ແລະ ປັບປຸງວິທີການດໍາເນີນງານຂອງພວກເຮົາ. ພວກເຮົາບໍ່ພຽງແຕ່ນຳໃຊ້ຫຼັກການໄຄເຊັນ (Kaizen) ທີ່ເປັນແກນຫຼັກໃນການດຳເນີນທຸລະກິດຂອງພວກເຮົາ ພວກເຮົາຍັງມີລະບົບການບໍລິຫານຈັດການຄວາມສ່ຽງທົ່ວໂລກທີ່ເປັນຮູບປະທຳ ແລະ ລະບົບການຈັດການເຫດການເພື່ອໃຫ້ໝັ້ນໃຈໃນຄຸນນະພາບຂອງການບໍລິການ.

 

Connect with an Air Forwarding Expert

ຕິດຕໍ່ກັບຜູ້ຊ່ຽວຊານໃນການຂົນສົ່ງສິນຄ້າທາງທະເລ

ພວກເຮົາມີຄວາມຍິນດີທີ່ຈະຊ່ວຍສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ໃຫ້ບໍລິການການຂົນສົ່ງທາງທະເລແບບທີ່ທ່ານຕ້ອງການ ຕິດຕໍ່ເຮົາເພື່ອໃຫ້ເຮົາໄດ້ຊ່ວຍທ່ານຫາທາງອອກ.