ກົດລະບຽບຂອງ Incoterms® ຂອງ ICC ສໍາລັບການຄ້າລະຫວ່າງປະເທດ

ກົດລະບຽບຂອງ Incoterms® ທີ່ກໍານົດໂດຍຫ້ອງການການຄ້າສາກົນ (ICC), ກໍານົດເງື່ອນໄຂທີ່ຈໍາເປັນຂອງການຄ້າສໍາລັບການຂາຍສິນຄ້າພາຍໃຕ້ສັນຍາທົ່ວໂລກ. Incoterms® 2020 ປະກອບມີ 11 ກົດລະບຽບທີ່ແບ່ງອອກເປັນສອງກຸ່ມ: 'ກົດລະບຽບສໍາລັບຮູບແບບການຂົນສົ່ງຕ່າງໆ' ແລະ 'ກົດລະບຽບສໍາລັບການຂົນສົ່ງທາງທະເລ ແລະ ທາງນ້ຳພາຍໃນປະເທດ.'

ກົດລະບຽບສໍາລັບຮູບແບບໃດໜຶ່ງຂອງການຂົນສົ່ງຕ່າງໆ:

  • EXW - Ex Works: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍກະກຽມສິນຄ້າເພື່ອສົ່ງໃຫ້ຜູ້ຊື້ຢູ່ສະຖານທີ່ຂອງຜູ້ຂາຍ. ຜູ້ຊື້ຕ້ອງຮັບຜິດຊອບຄວາມສ່ຽງ ແລະ ຄ່າໃຊ້ຈ່າຍທັງໝົດໃນການຂົນສົ່ງສິນຄ້າຈາກຈຸດສົ່ງຕົ້ນທາງເຖິງປາຍທາງ.
  • FCA - Free Carrier: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຮັບຜິດຊອບໃນການຈັດສົ່ງສິນຄ້າໃຫ້ກັບຜູ້ຂົນສົ່ງ (Carrier) ທີ່ກະກຽມໂດຍຜູ້ຊື້ຢູ່ສະຖານທີ່ຂອງຜູ້ຂົນສົ່ງ ຫຼັງຈາກນັ້ນ, ການຂົນສົ່ງສິນຄ້າໄປຫາຈຸດໝາຍປາຍທາງ ແລະ ຄວາມສ່ຽງທັງໝົດແມ່ນຂຶ້ນກັບຜູ້ຊື້
  • CPT - Carriage Paid to: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຈະສົ່ງສິນຄ້າໃຫ້ແກ່ຜູ້ຂົນສົ່ງ (Carrier) ທີ່ຜູ້ຊື້ກຳນົດໄວ້ ຢູ່ສະຖານທີ່ຂອງຜູ້ຂົນສົ່ງສິນຄ້າຕົ້ນທາງ, ຜູ້ຂາຍແມ່ນຮັບຜິດຊອບຄ່າໃຊ້ຈ່າຍໃນການເຮັດພິການພາສີສົ່ງອອກ, ຈ່າຍຄ່າຂົນສົ່ງ (Freight) ໃນຂະນະທີ່ຄວາມສ່ຽງເປັນຂອງຜູ້ຊື້ເມື່ອສິນຄ້າຖືກສົ່ງກັບຜູ້ຂົນສົ່ງທີ່ຕົ້ນທາງ.
  • CIP - Carriage and Insurance Paid to: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍມີຄວາມຮັບຜິດຊອບໃນການຈັດສົ່ງສິນຄ້າໃຫ້ກັບຜູ້ຂົນສົ່ງທີ່ຜູ້ຊື້ກໍານົດໄວ້ ໃນສະຖານທີ່ຂອງຜູ້ຂົນສົ່ງຕົ້ນທາງ ແລະ​ ຄ່າໃຊ້ຈ່າຍ​​ສໍາ​ລັບ​ພິທີການພາສີການສົ່ງອອກ, ຄ່າຂົນສົ່ງ (Freight) ແລະ ຄ່າປະກັນໄພສິນຄ້າ (Insurance). ແຕ່ຄວາມສ່ຽງແມ່ນຂຶ້ນກັບຜູ້ຊື້ຕັ້ງແຕ່ສົ່ງມອບສິນຄ້າໃຫ້ກັບຜູ້ຂົນສົ່ງ.
  • DAP - Delivered at Place: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຍົກເວັ້ນພາສີ ແລະ ພິທີການພາສີນໍາເຂົ້າ ແລະ ຮັບຄວາມສ່ຽງທັງໝົດໃນການຂົນສົ່ງສິນຄ້າໄປຮອດຈຸດໝາຍປາຍທາງທີ່ຕົກລົງກັນໄວ້.
  • DPU - Delivered at Place Unloaded (NEW): ພາຍໃຕ້ເງື່ອນໄຂນີ້, ກໍານົດໃຫ້ຜູ້ຂາຍສົ່ງສິນຄ້າຈັດສົ່ງສິນຄ້າເຖິງສະຖານທີ່ປາຍທາງທີ່ລະບຸໄວ້. ຜູ້ຂາຍຮັບຜິດຊອບເອົາຄ່າຂົນສົ່ງທັງໝົດ, ຄ່າທໍານຽມການສົ່ງອອກ, ການຂົນສົ່ງການຄ່ຽນຖ່າຍຈາກຍານພາຫະນະລົງສາງສິນຄ້າປາຍທາງທີ່ໄດ້ລະບຸໄວ້ ແລະ ຮັບເອົາຄວາມສ່ຽງທັງໝົດຈົນກວ່າຈະໄປຮອດຈຸດໝາຍປາຍທາງ.
  • DDP - Delivered Duty Paid: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍໄດ້ຈັດສົ່ງສິນຄ້າໄປຫາສະຖານທີ່ປາຍທາງ, ຜູ້ຂາຍແມ່ນຮັບຜິດຊອບພິທີການພາສີສົ່ງອອກ, ຈ່າຍຄ່າຂົນສົ່ງ, ຄ່າປະກັນໄພການຂົນສົ່ງສິນຄ້າ, ເອົາສິ່ງຂອງລົງຈາກເຮືອ, ດຳ​ເນີນ​ພິທີການນຳ​ເຂົ້າ​ຢ່າງ​ເປັນ​ທາງ​ການ ແລະຈ່າຍພາສີນໍາເຂົ້າແທນຜູ້ຊື້ ແລະ ຈ່າຍຄ່າຂົນສົ່ງໄປຫາສະຖານທີ່ທີ່ຜູ້ຊື້ທີ່ລະບຸໄວ້

'ກົດລະບຽບການຂົນສົ່ງທາງທະເລ ແລະ ທາງນໍ້າພາຍໃນປະເທດ

  • FAS - Free Alongside Ship: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຕ້ອງຮັບຜິດຊອບຕໍ່ການຂົນສົ່ງ ແລະ ຄ່າໃຊ້ຈ່າຍໃນການນໍາສິນຄ້າໄປທ່າເຮືອທີ່ກໍານົດໄວ້. ສ່ວນຄ່າໃຊ້ຈ່າຍທັງໝົດຕັ້ງແຕ່ການເອົາເຄື່ອງຂຶ້ນເຮືອ, ການເຮັດພິທີການສົ່ງອອກ, ການຂົນສົ່ງສິນຄ້າ ລວມເຖິງຄວາມສ່ຽງທັງໝົດຈະຕົກເປັນຂອງຜູ້ຊື້ທັນທີທີ່ສິນຄ້າຖືກສົ່ງເຖິງທ່າເຮືອ
  • FOB - Free On Board: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ ແລະ ຄວາມສ່ຽງທັງໝົດຈົນກ່ວາສິນຄ້າຖືກວາງຢູ່ໃນເຮືອຢູ່ທ່າເຮືອທີ່ກໍານົດໄວ້. ຜູ້ຂາຍຍັງຕ້ອງຮັບພາລະການເຮັດພິທີການພາສີສົ່ງອອກ. ສ່ວນຄ່າໃຊ້ຈ່າຍໃນການຂົນສົ່ງສິນຄ້າ ແລະຄ່າໃຊ້ຈ່າຍອື່ນໆ ແລະ ຄວາມສ່ຽງຫຼັງຈາກນັ້ນໄດ້ຕົກເປັນຂອງຜູ້ຊື້.
  • CFR - Cost and Freight: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຮັບພາລະຂົນສົ່ງຈົນເຖິງເທິງເຮືອສິນຄ້າ ແລະ ​ຮັບ​ຜິດ​ຊອບ​ໃນການເຮັດພິທີການພາສີ​ສົ່ງ​ອອກ ລວມທັງການຈ່າຍຄ່າຂົນສົ່ງ (Freight) ແລະ ຄ່າໃຊ້ຈ່າຍອື່ນໆເຊັ່ນ: ປະກັນໄພການຂົນສົ່ງສິນຄ້າ ແລະຄວາມສ່ຽງຫຼັງຈາກສິນຄ້າຢູ່ເທິງເຮືອຈະເປັນຂອງຜູ້ຊື້
  • CIF - Cost, Insurance and Freight: ພາຍໃຕ້ເງື່ອນໄຂນີ້, ຜູ້ຂາຍຂົນສົ່ງຈົນເຖິງສິນຄ້າຢູ່ເທິງເຮືອສິນຄ້າ ລວມ​ທັງ​ການ​ຮັບ​ຜິດ​ຊອບການເຮັດພິທີການພາສີສົ່ງອອກ, ຈ່າຍຄ່າຂົນສົ່ງສິນຄ້າ (Freight), ປະກັນໄພການຂົນສົ່ງສິນຄ້າ (Insurance) ຈົນກ່ວາຈະເຖິງທ່າເຮືອປາຍທາງ.

ເບິ່ງຄູ່ມືອ້າງອີງສະບັບຫຍໍ້ຂອງພວກເຮົາສໍາລັບຄວາມສ່ຽງ ແລະ ຄ່າໃຊ້ຈ່າຍ.

 

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ Incoterms® 2020, ກະລຸນາເບິ່ງເວັບໄຊທ໌ ICC:

https://iccwbo.org/resources-for-business/incoterms-rules/incoterms-2020/