ຮັບປະກັນຄວາມປອດໄພ ແລະ ຄວາມສົມບູນຂອງເຄື່ອງມືອຸປະກອນທາງການແພດ ແລະ ຢາຂອງທ່ານ
ວິທີແກ້ໄຂບັນຫາທີ່ໃຊ້ໃນອຸດສາຫະກໍາການຢາ ແລະ ເຄື່ອງມືອຸປະກອນທາງການແພດທົ່ວໂລກ, ຈັດສົ່ງໂດຍປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ
ຕັ້ງແຕ່ການໃຫ້ການປິ່ນປົວທີ່ເປັນທີ່ຍອມຮັບຈົນໄປເຖິງການພັດທະນາການປິ່ນປົວທີ່ມີຄວາມກ້າວໜ້າຢ່າງຍິ່ງ, ອຸດສາຫະກໍາການຢາ ແລະ ເຄື່ອງມືອຸປະກອນທາງການແພດໄດ້ປະເຊີນໜ້າກັບລະບຽບການ, ຕົ້ນທຶນ ແລະ ຄວາມຫຍຸ້ງຍາກທີ່ເພີ່ມຂຶ້ນ. ພວກເຮົາສາມາດຊ່ວຍທ່ານຜ່ານຜ່າສິ່ງທ້າທາຍເຫຼົ່ານັ້ນໄດ້.
Yusen Logistics ໃຫ້ບໍລິການຂົນສົ່ງທາງດ້ານການການຢາ ແລະ ເຄື່ອງມືອຸປະກອນທາງການແພດສະເພາະທາງທີ່ຈໍາເປັນໃນທົ່ວຕ່ອງໂສ້ການສະໜອງຂອງທ່ານ. ທີມງານດ້ານການດູແລຢາ ແລະ ເຄື່ອງມືອຸປະກອນທາງການແພດມີຄວາມທຸ່ມເທ ແລະ ປະສົບການໃນອຸດສາຫະກໍານີ້ ເພື່ອຮັບຂໍ້ມູນເຊີງເລິກທັງໃນປະຈຸບັນ ແລະ ອະນາຄົດກ່ຽວກັບຄວາມທ້າທາຍ ແລະ ການພັດທະນາລະບົບຕ່ອງໂສ້ການສະໜອງດ້ານການຢາ ແລະ ເຄື່ອງມືອຸປະກອນທາງການແພດ ດ້ວຍເຄືອຂ່າຍ GDP (Good Distribution Practice) ທີ່ເຕີບໂຕຢ່າງຕໍ່ເນື່ອງຂອງພວກເຮົາ ທີ່ຄວບຄຸມໂດຍທີມງານຄຸນນະພາບດ້ານການຢາ ແລະ ເຄື່ອງມືອຸປະກອນທາງການແພດທົ່ວໂລກຂອງພວກເຮົາ, ພວກເຮົາສາມາດຮັບປະກັນຄວາມສົມບູນ ແລະ ຄວາມປອດໄພ ລວມເຖິງຜະລິດຕະພັນທາງການແພດຫຼືຢາຂອງທ່ານເພື່ອໃຫ້ເຖິງຈຸດໝາຍປາຍທາງໃນເວລາທີ່ເໝາະສົມ. ພວກເຮົາສຸມໃສ່ການຫັນປ່ຽນຕ່ອງໂສ້ການສະໜອງຂອງທ່ານຈາກຕົ້ນທຶນໃນການດໍາເນີນງານໃຫ້ເປັນຄວາມໄດ້ປຽບໃນການແຂ່ງຂັນເພື່ອໃຫ້ທ່ານສາມາດສຸມໃສ່ຈຸດປະສົງຫຼັກຂອງທ່ານ - ການປັບປຸງສຸຂະພາບຂອງຜູ້ຄົນ
ສົນໃຈຮຽນຮູ້ເພີ່ມເຕີມກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໃນດ້ານໂລຈີສຕິກສໍາລັບດ້ານການຢາ ແລະ ເຄື່ອງມືອຸປະກອນທາງດານແພດ
ບໍລິການຂອງພວກເຮົາ
- ການຂົນສົ່ງສິນຄ້າທາງອາກາດທີ່ມີການຄວບຄຸມອຸນຫະພູມ ແລະ ສອດຄ່ອງກັບຫຼັກການ GDP
- ການຂົນສົ່ງສິນຄ້າທາງທະເລທີ່ມີການຄວບຄຸມອຸນຫະພູມ ແລະ ສອດຄ່ອງກັບຫຼັກການ GDP
- ການຂົນສົ່ງສິນຄ້າທາງບົກທີ່ມີການຄວບຄຸມອຸນຫະພູມ ແລະ ສອດຄ່ອງກັບຫຼັກການ GDP ລວມທັງການຂົນສົ່ງໄປເຖິງປາຍທາງສຸດທ້າຍ
- ການບໍລິການທັງໝົດດ້ານໂລຈີສຕິກທີ່ໄດ້ຮັບໃບອະນຸຍາດ GDP
- ຫໍຄວບຄຸມດ້ານການຢາ ແລະ ເຄື່ອງມືອຸປະກອນທາງການແພດໂດຍສະເພາະໃນເອີຣົບ EU (ມີສະເພາະ), ສະຫະລັດອາເມຣິກາ US (ມີສະເພາະ) ແລະ ອາຊີ (ບໍ່ມີສະເພາະ)
- ການແກ້ໄຂທີ່ສາມາດຕິດຕາມກິດຈະກໍາລະບົບຕ່ອງໂສ້ການສະໜອງໄດ້ຢ່າງຊັດເຈນໃນເວລາທີ່ແທ້ຈິງ (ອຸນຫະພູມ ແລະ GPS)
- ການປະເມີນຄວາມສ່ຽງຕໍ່ເສັ້ນທາງປາຍທາງໂດຍໃຊ້ແພລດຟອມ Validaide ອອນໄລນ໌ທົ່ວໂລກ
- ການແກ້ໄຂບັນຫາ IT ທີ່ກ່ຽວຂ້ອງກັບລະບົບຕ່ອງໂສ້ການສະໜອງດິຈິຕອນ
- ສູນຄັດແຍກສິນຄ້າສໍາລັບການຂົນສົ່ງສິນຄ້າທາງທະເລ
- ການຂົນສົ່ງສິນຄ້າປະເພດຢາທາງລົດໄຟ
- ການປ່ຽນແປງການຂົນສົ່ງສິນຄ້າຈາກທາງອາກາດເປັນທາງທະເລ
- ຄວາມຊ່ຽວຊານ ແລະ ການແນະນໍາການຫຸ້ມຫໍ່ ຫລື ບັນຈຸສິນຄ້າເພື່ອຂົນສົ່ງທາງອາກາດ
- ການອອກແບບເຄືອຂ່າຍເສັ້ນທາງ ແລະ ເຄືອຂ່າຍການຂົນສົ່ງຂັ້ນສຸດທ້າຍໃໝ່
- ການອອກແບບເຄືອຂ່າຍການໂຫຼດຮ່ວມກັນ
- ການປັບປຸງສາງສິນຄ້າໃນເອີຣົບ, ລວມທັງການແກ້ໄຂບັນຫາການຖອນຕົວອອກຈາກເອີຣົບຂອງອັງກິດ
- ການບໍລິການດ້ານພາສີ ແລະ ງົບປະມານປະຈໍາປີເຕັມຮູບແບບ
- ການບໍລິການທັງໝົດແມ່ນປະຕິບັດຕາມລະບົບການຈັດການຄຸນນະພາບ GDP ມາດຕະຖານທົ່ວໂລກທີ່ມີການຈັດການຜ່ານ EQMS
ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?
- ທີມງານຜູ້ຊ່ຽວຊານລະດັບໂລກສະເພາະດ້ານການຢາ ແລະ ເຄື່ອງມືອຸປະກອນທາງດ້ານການແພດ ທີ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບອຸດສາຫະກຳການຢາ ແລະ ເຄື່ອງມືອຸປະກອນທາງດ້ານການແພດທີ່ພ້ອມໃຫ້ບໍລິການຕອບຄຳຖາມ ແລະ ຄວາມກັງວົນຂອງທ່ານຢູ່ສະເໝີ.
- ການເຂົ້າເຖິງການດໍາເນີນງານຂອງລະບົບຕ່ອງໂສ້ການສະໜອງທີ່ດີທີ່ສຸດຈາກອົງການ ແລະ ທຸກພາກອຸດສາຫະກໍາຂອງພວກເຮົາ ແລະ ສິດທິການເຂົ້າເຖິງຜູ້ຊ່ຽວຊານໃນເວລາທີ່ທ່ານຕ້ອງການ.
- ສົ່ງເສີມແພລດຟອມເຕັກໂນໂລຊີຂອງອົງກອນຂອງທ່ານ ໂດຍຜ່ານຮູບແບບທີ່ປ້ອງກັນການລົບກວນໂຄງສ້າງພື້ນຖານດ້ານໄອທີຂອງທ່ານ ແລະ ສົ່ງເສີມສະຖາປັດຕະຍະກຳໄອທີທີ່ມີຄວາມຍືດຫຍຸ່ນທີ່ເໝາະສົມກັບລະບົບປະຈຸບັນຂອງທ່ານ.
- ຜົນຮັບທີ່ໄດ້ຮັບການພິສູດແລ້ວໃນການເພີ່ມປະສິດທິພາບຕ່ອງໂສ້ການສະໜອງ
- ການສື່ສານທີ່ໂປ່ງໃສ ແລະ ເປີດເຜີຍ
- ຂະໜາດນ້ອຍພໍທີ່ຈະດູແລ ແລະ ໃຫຍ່ພຽງພໍສໍາລັບການຮັບມື

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຢາ ແລະ ເຄື່ອງມືອຸປະກອນທາງການແພດ
ພວກເຮົາຍິນດີທີ່ຈະໃຊ້ປະສົບໃນດ້ານການຢາ ແລະ ເຄື່ອງມືອຸປະກອນທາງການແພດຂອງພວກເຮົາ ເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.