ເກັບຮັກສາອຸນຫະພູມຍ່າງຕໍ່ເນື່ອງເພື່ອເກັບຮັກສາການປ່ຽນແປງລົດຊາດຂອງອາຫານ

ວິທີການແກ້ໄຂຢ່າງຕໍ່ເນື່ອງທີ່ເຊື່ອຖືໄດ້ ທີ່ສ້າງຂຶ້ນສຳລັບອຸດສາຫະກຳອາຫານທີ່ມີການປ່ຽນແປງຢ່າງໄວວາ

ເມື່ອເວົ້າເຖິງການຂົນສົ່ງອາຫານທີ່ເນົ່າເສຍງ່າຍ ເວລາແມ່ນສໍາຄັນ - ມີຫຼາຍກວ່າໜຶ່ງວິທີ. ໃນຂະນະທີ່ຜູ້ບໍລິໂພກກໍາລັງປ່ຽນແປງຈາກທ່າອ່ຽງໜຶ່ງໄປຫາອີກອັນໜຶ່ງ ແລະ ມີຄວາມຕ້ອງການຜະລິດຜະພັນທີ່ສົດໃໝ່ຈາກທົ່ວໂລກ, ຕ່ອງໂສ້ການສະໜອງດ້ານອາຫານຄາດວ່າຈະມີການເຊື່ອມຕໍ່ກັນ, ມີການຕອບສະໜອງຫຼາຍຂຶ້ນ ແລະ ວ່ອງໄວຫຼາຍຂຶ້ນ.

ຜູ້ຊ່ຽວຊານດ້ານອາຫານ ແລະ ເຄື່ອງດື່ມຂອງພວກເຮົາໄດ້ວາງຍຸດທະສາດໄວ້ເພື່ອຄາດຄະເນສິ່ງທ້າທາຍຕ່າງໆ, ຊອກຫາວິທີແກ້ໄຂການຂົນສົ່ງ ແລະ ໂລຈີສຕິກ ແລະ ໂດຍພິຈາລະນາເຖິງແນວທາງການປະຕິບັດທີ່ດີທີ່ສຸດສໍາລັບທຸລະກິດຂອງທ່ານ. ທີມງານເຫຼົ່ານີ້ມຸ່ງໝັ້ນທີ່ຈະສະໜອງການບໍລິການຂົນສົ່ງທີ່ຕ້ອງການຄວາມລະມັດລະວັງເປັນພິເສດໃນທຸກຂັ້ນຕອນຂອງຕ່ອງໂສ້ການສະໜອງຂອງທ່ານ - ຈາກສາງສິນຄ້າຄວບຄຸມອຸນຫະພູມ ແລະ ການແຈກຢາຍສິນຄ້າຢ່າງວ່ອງໄວ ໄປຈົນເຖິງການແກ້ໄຂລະບົບຕ່ອງໂສ້ການສະໜອງທີ່ໄວ ແລະ ຍືດຫຍຸ່ນ. ເປີດຮັບການເບິ່ງເຫັນ ແລະ ການຄວບຄຸມທີ່ທ່ານຕ້ອງການເພື່ອຕອບສະໜອງຕໍ່ຄວາມຕ້ອງການຊື້ທີ່ມີການປ່ຽນແປງຕະຫຼອດເວລາຂອງອຸດສາຫະກໍາຂອງທ່ານ.

ບໍລິການຂອງພວກເຮົາ

  • ບໍລິການການຂົນສົ່ງສິນຄ້າທາງອາກາດແບ່ງອອກເປັນ 3 ລະດັບອຸນຫະພູມຄື: ແບບແຫ້ງ, ແຊ່ເຢັນ ແລະ ແຊ່ແຂງ
  • ການຂົນສົ່ງສິນຄ້າທາງອາກາດທີ່ສາມາດແກ້ໄຂການຫຸ້ມຫໍ່ເພື່ອຮັກສາຄວາມເຢັນ / ແຊ່ແຂງ
  • ການບໍລິການຂົນສົ່ງສິນຄ້າທາງທະເລໂດຍຕູ້ຄອນເທນເນີຄວບຄຸມອຸນຫະພູມແບບເຕັມຕູ້
  • ການບໍລິການຂົນສົ່ງສິນຄ້າທາງທະເລໂດຍຕູ້ຄອນເທນເນີຄວບຄຸມອຸນຫະພູມແບບບໍ່ເຕັມຕູ້
  • ການຈັດການຜູ້ຂາຍ
  • ການລວມສິນຄ້າຈາກຜູ້ຊື້ທີ່ແບ່ງອອກເປັນ 3 ລະດັບອຸນຫະພູມ
  • ການເກັບຮັກສາ ແລະ ການແຈກຢາຍສິນຄ້າທີ່ແບ່ງອອກເປັນ 3 ລະດັບອຸນຫະພູມ
  • ການເກັບຮັກສາອາຍຸຂອງສິນຄ້າໂດຍການຄວບຄຸມສິນຄ້າຄົງຄັງ
  • ການຕິດສະຫຼາກອາຫານ
  • ການ​ບັນຈຸພັນໃໝ່ ແລະ ການຫໍ່​ຂອງ​ຂວັນ​
  • ການຈັດສົ່ງໄລຍະທາງສຸດທ້າຍໄປຫາຮ້ານຂາຍຍ່ອຍ, ຮ້ານອາຫານ ແລະ ບ່ອນອື່ນໆ
  • ໃຫ້ຄໍາປຶກສາການຮັກສາຄວາມສົດຂອງຜະລິດຕະພັນໝາກໄມ້ ແລະ ຜັກ

Movie

ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?

  • ການ​ຄວບ​ຄຸມ​ອຸນ​ຫະ​ພູມ​ ແລະ ​ຄຸນ​ນະ​ພາບ​ສໍາ​ລັບ​ທຸກຈຸດ​ໝາຍ​ປາຍ​ທາງ​​, ເຮັດ​ໃຫ້​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ຕອບ​ສະ​ໜອງ​ມາດ​ຕະ​ຖານ​ທີ່ລູກ​ຄ້າ​ຂອງ​ທ່ານ​ຕ້ອງ​ການ​
  • ເຄືອ​ຂ່າຍ​ສິນຄ້າທີ່ກວ້າງຂວາງທີ່​ຈະປ້ອງກັນສິນຄ້າເນົ່າເສຍງ່າຍ ແລະ​ ມີ​ເຈົ້າໜ້າທີ່ພາສີໃນທ່າເຮືອ​ທີ່​ສໍາ​ຄັນ​ໃນ​ທົ່ວ​ໂລກ​
  • ຂໍ້ມູນເຊີງເລິກກ່ຽວກັບແນວທາງການປະຕິບັດທີ່ດີທີ່ສຸດໃນໂລຈີສຕິກອາຫານລະດັບໂລກ ແລະ ປະເທດ ລວມກັບການເນັ້ນໜັກກ່ຽວກັບ Gemba - ແນວທາງປະຕິບັດໃນການທໍາຄວາມເຂົ້າໃຈ ແລະ ການສຸມໃສ່ການປະຕິບັດງານໃນແຖວໜ້າ.
  • ລະບົບຕ່ອງໂສ້ການສະໜອງທີ່ໄດ້ຮັບການຈັດການທີ່ມີປະສິດທິພາບຫຼາຍຂຶ້ນ - ຈາກການຊອກຫາຜູ້ຊື້ໃນຕ່າງປະເທດທີ່ເໝາະສົມ ຈົນໄປເຖິງການສະເໜີວິທີການຂົນສົ່ງທີ່ເໝາະສົມທີ່ສຸດ.
  • ການເຂົ້າເຖິງອຸປະກອນທີ່ເໝາະສົມເພື່ອຫຼຸດຜ່ອນການສູນເສຍ, ຈັດການການວາງແຜນສິນຄ້າຄົງຄັງຂອງທ່ານ ແລະ ຊ່ວຍຄວບຄຸມຕົ້ນທຶນ
Connect with a Food and Beverage Expert

ຕິດຕໍ່ກັບຜູ້ຊ່ຽວຊານດ້ານອາຫານ ແລະ ເຄື່ອງດື່ມ

ພວກເຮົາຍິນດີທີ່ຈະໃຊ້ປະສົບໃນດ້ານອຸດສາຫະກໍາອາຫານ ແລະ ເຄື່ອງດື່ມທົ່ວໂລກຂອງພວກເຮົາເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.