ການເຄື່ອນ​ຍ້າຍ​ສິນ​ຄ້າ​ໄດ້ຢ່າງ​ສະ​ດວກ​ ຜ່ານສິ່ງກີດຂວາງທາງດ້ານການ​ຄ້າ​ສາ​ກົນ

ການ​ນໍາ​ເຂົ້າ​ ແລະ​ ການ​ສົ່ງ​ອອກ​ທີ່ລາບລື່ນ

ຄວາມຊັບຊ້ອນຂອງລະບົບຕ່ອງໂສ້ການສະໜອງລະດັບໂລກທີ່ປະສົບຜົນສຳເລັດນັ້ນແມ່ນປະກອບດ້ວຍຄວາມຈໍາເປັນໃນການດໍາເນີນພິທີການພາສີທີ່ວ່ອງໄວ ແລະ ການປະຕິບັດຕາມຂໍ້ກໍານົດວ່າດ້ວຍຄວາມປອດໄພໃນການຂົນສົ່ງຂ້າມພົມແດນ. ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງການເປັນຄູ່ຮ່ວມງານກັບບໍລິສັດໂລຈີສຕິກທີ່ມີການເຂົ້າເຖິງລະດັບສາກົນ, ປະສົບການດ້ານນານໜ້າພິທີການພາສີ ແລະ ເຄືອຂ່າຍການສື່ສານທີ່ຈໍາເປັນໃນການເລັ່ງພິທີການຈຶ່ງມີຄວາມສໍາຄັນຫຼາຍ

Yusen Logistics ພວກເຮົາມີການຂົນສົ່ງລະຫວ່າງປະເທດທີ່ສາມາດກໍານົດເອງ ເພື່ອຮັບປະກັນວ່າການເຮັດທຸລະກໍາຂອງທ່ານແມ່ນທັນເວລາ ແລະ ເປັນໄປຕາມຂໍ້ກໍານົດ. ໂດຍການລວມເອົາການຂົນສົ່ງທາງອາກາດ, ການຈັດການຄໍາສັ່ງຊື້, ການສົ່ງຕໍ່ການການຂົນສົ່ງທາງທະເລ ຫຼື ແມ້ກະທັ້ງການຂົນສົ່ງຂ້າມພົມແດນແດນກັບນາຍຫນ້າພິທີການທາງພາສີຂອງພວກເຮົາ, ພວກເຮົາສາມາດສ້າງຕ່ອງໂສ້ການສະໜອງທີ່ດີທີ່ສຸດ ແລະ ເໝາະສົມກັບຄວາມຕ້ອງການຂອງທ່ານ.

ໃນຂະນະທີ່ບາງບໍລິສັດ ມີຄວາມຊ່ຽວຊານດ້ານນາຍໜ້າພິທີການພາສີໃນດ້ານຕ່າງໆ, ແຕ່ຄວາມຊ່ຽວຊານຂອງພວກເຮົາແມ່ນກວມເອົາທັງການນໍາເຂົ້າ ແລະ ສົ່ງອອກທັງໝົດ. ຄິດວ່າພວກເຮົາເປັນຮ້ານຄ້າຄົບວົງຈອນຂອງທ່ານສໍາລັບການນໍາເຂົ້າ / ສົ່ງອອກທີ່ລາບລື່ນ.

ທ່ານສາມາດຮ່ວມງານກັບນາຍໜ້າພິທີການພາສີທີ່ເຊື່ອຖືໄດ້, ໂດຍທີມງານສະເພາະຂອງພວກເຮົາທີ່ມີຄວາມຊ່່ຽວຊານສະເພາະດ້ານອຸດສາຫະກໍາຈະຊ່ວຍຈັດການກິດຈະກໍາການນໍາເຂົ້າ ແລະ ສົ່ງອອກຂອງທ່ານໂດຍ:

  • ກວດສອບໃຫ້ຫມັ້ນໃຈວ່າ​ປະຕິບັດ​ຕາມ​ລະບຽບ​ການ​ທ້ອງ​ຖິ່ນ ​ແລະ ປະຕິບັດ​ຕາມ​ທຸກ​ຂັ້ນ​ຕອນ​ທີ່​ໄດ້​ກຳນົດ​ໄວ້ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ຄວາມລ່າຊ້າ, ການ​ລົງ​ໂທດ ແລະ ການ​ປັບ​ໃໝ.
  • ການບໍລິການໃຫ້ຄໍາປຶກສາກ່ຽວກັບລະບຽບການດ້ານການຄ້າລະຫວ່າງປະເທດ ແລະ ພາສີລະຫວ່າງປະເທດ ຫຼື ສາກົນລ່າສຸດເພື່ອຫຼີກເວັ້ນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ
  • ຫຼຸດຜ່ອນເວລາທີ່ຕ້ອງໃຊ້ສໍາລັບຂະບວນການດໍາເນີນພິທີການພາສີໂດຍການກະກຽມພິທີການພາສີກ່ອນການສິນຄ້າຂອງທ່ານມາຮອດຈະມາຮອດທ່າເຮືອປາຍທາງ.
  • ກຽມສິນຄ້າຂອງທ່ານໃຫ້ພ້ອມສໍາສັບ / ຮ້ອງຮຽນກັບກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງອື່ນໆ, ມາດຕະການກັກກັນ ແລະ ການກວດສອບ.
Connect with an Air Forwarding Expert

ຕິດຕໍ່ກັບຜູ້ຊ່ຽວຊານດ້ານນາຍຫນ້າພິທີການພາສີ

ພວກເຮົາຍິນດີທີ່ໃຊ້ປະສົບການຂອງເຮົາໃນດ້ານນາຍຫນ້າພິທີການພາສີເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ປັບປຸງລະບົບຕ່ອງໂສ້ການສະໜອງຂອງທ່ານໃຫ້ມີປະສິດທິພາບຫຼາຍຂຶ້ນ. ຕິດຕໍ່ພວກເຮົາກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານຫາທາງອອກໄດ້.