ໝັ້ນໃຈໃນຄວາມສົມບູນແບບຂອງລະບົບໂລຈີສຕິກແບບຄວບຄຸນອຸນຫະພູມ
ການຄວບຄຸມບັນຍາກາດສຳລັບສິນຄ້າທີ່ມີຄວາມລະອຽດອ່ອນ ແລະ ຕ້ອງການເກັບຮັກສາອຸນຫະພູມ
ບໍລິສັດທີ່ຂົນສົ່ງສິນຄ້າທີ່ຕ້ອງເກັບຮັກສາອຸນຫະພູມໄວ້ວາງໃຈ Yusen Logistics ເນື່ອງຈາກເຮົາສາມາດປັບບໍລິການຂອງເຮົາໃຫ້ກົງກັບຄວາມຕ້ອງການສະເພາະຂອງອຸດສາຫະກໍາຕ່າງໆ, ຕັ້ງແຕ່ສິ່ງທີ່ກ່ຽວຂ້ອງກັບ ເຕັກໂນໂລຊີ ໄປຈົນເຖິງ ຢາປົວພະຍາດ, ຈາກ ອາຫານ ໄປສູ່ ການບິນ ແລະ ອາວະກາດ. ບໍ່ວ່າຈະເປັນການຂົນສົ່ງ ຫຼື ຈັດເກັບສິນຄ້າທີ່ມີຄວາມລະອຽດອ່ອນເທົ່າໃດພວກເຮົາກໍສາມາດໃຫ້ບໍລິການໄດ້ແບບຄົບວົງຈອນຕະຫຼອດຕ່ອງໂສ້ຄວາມເຢັນ
ສິ່ງທີ່ອໍານວຍຄວາມສະດວກ ແລະ ຕູ້ຄອນເທນເນີຄວບຄຸມອຸນຫະພູມໄດ້ມີການປ່ຽນແປງໄປຫຼາຍສໍາລັບການເກັບຮັກສາ ແລະ ການຂົນສົ່ງຂອງອາຫານທີ່ເນົ່າເສຍງ່າຍ ແລະ ສ້າງໂອກາດໃຫມ່ໃຫ້ແກ່ຜູ້ບໍລິການ, ບາງສິນຄ້າທີ່ມີຄວາມລະອຽດອ່ອນຕ້ອງມີການດູແລພິເສດນອກເໜືອການຈັດການອຸນຫະພູມ. ພວກເຮົາມີປະສົບການຫຼາຍກວ່າສິບປີໃນການສ້າງ ແລະ ສະໜອງການຂົນສົ່ງແບບຄວບຄຸມອຸນຫະພູມ
ທີມງານລະບົບໂລຈີສຕິກແບບຄວບຄຸມອຸນຫະພູມຈະເຮັດວຽກຮ່ວມກັບທ່ານ ເພື່ອອອກແບບ, ຈັດການ ແລະ ດໍາເນີນການແກ້ໄຂທີ່ດີທີ່ສຸດເພື່ອຕອບສະໜອງຄວາມຕ້ອງການໃນການຄວບຄຸມອຸນຫະພູມຂອງທ່ານ, ເພີ່ມປະສິດທິພາບໃຫ້ການຂົນສົ່ງຂອງທ່ານ ແລະ ຫຼຸດຜ່ອນການສຳຜັດສິນຄ້າ. ວິທີການເຫຼົ່ານີ້ອາດເປັນໄລຍະສັ້ນ ຫຼື ໄລຍະຍາວ, ເນັ້ນການນໍາເຂົ້າ ຫຼື ການສົ່ງອອກ, ການເກັບຮັກສາ ຫຼື ການຂົນສົ່ງ – ສິ່ງໃດກໍຕາມທີ່ທ່ານຕ້ອງການ.

ຕິດຕໍ່ກັບຜູ້ຊ່ຽວຊານດ້ານລະບົບໂລຈິິສຕິກແບບຄວບຄຸມອຸນຫະພູມ
ພວກເຮົາຍິນດີທີ່ໃຊ້ປະສົບການຂອງເຮົາເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ປັບປຸງລະບົບຕ່ອງໂສ້ການສະຫນອງຂອງທ່ານໃຫ້ມີປະສິດທິພາບຫລາຍຂຶ້ນ. ຕິດຕໍ່ພວກເຮົາກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານຫາທາງອອກໄດ້.