ຫັນປ່ຽນໄປສູ່ຄວາມໄດ້ປຽບ

ລະບົບຕ່ອງໂສ້ການສະໜອງລຸ້ນໃໝ່ທີ່ປັບ ແລະ ອອກແບບໃຫ້ເໝາະສົມກັບອຸດສາຫະກຳລົດຍົນ

ຄວາມຄາດຫວັງຂອງຜູ້ບໍລິໂພກທີ່ສູງຂຶ້ນ, ເຕັກໂນໂລຊີໃໝ່ ແລະ ການປ່ຽນແປງຄັ້ງໃຫຍ່ຂອງກໍາລັງການຊື້ທາງເສດຖະກິດແມ່ນກໍາລັງກະຕຸ້ນໃຫ້ເກີດການປ່ຽນແປງທີ່ສໍາຄັນໃນອຸດສາຫະກໍາລົດຍົນ. ປະກອບກັບໂຄງສ້າງທີ່ຊັບຊ້ອນຂອງລະບົບຕ່ອງໂສ້ການສະໜອງລົດຍົນ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງແມ່ນຖ້າຢູ່ຂ້າງໜ້າໃນຂະແໜງນີ້.

ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງໃນໂລກຂອງວິສະວະກໍາການຜະລິດ, ເຕັກໂນໂລຊີ ແລະ ຊິ້ນສ່ວນຍານພາຫະນະ, Yusen Logistics ສາມາດປ່ຽນສິ່ງທ້າທາຍໄປສູ່ການປະຫຍັດຕົ້ນທຶນດ້ວຍລະບົບຕ່ອງໂສ້ການສະໜອງຂັ້ນສູງຂອງພວກເຮົາສໍາລັບອຸດສາຫະກໍາລົດຍົນ. ລະບົບຕ່ອງໂສ້ການສະໜອງແບບຄົບວົງຈອນທົ່ວໂລກຂອງພວກເຮົາ ປະກອບມີການບໍລິຫານຈັດການໂລຈິສຕິກຂາເຂົ້າ, ການຜະລິດ, ການແຈກຢາຍພາກສ່ວນການບໍລິການ ແລະ ການຂົນສົ່ງຍານພາຫະນະສໍາເລັດຮູບ. ໃຫ້ຜູ້ຊ່ຽວຊານຂອງພວກເຮົາເຮັດວຽກຮ່ວມກັບທ່ານເພື່ອຊອກຫາວິທີແກ້ໄຂທີ່ເໝາະສົມກັບຄວາມຕ້ອງການສະເພາະຂອງທ່ານ.

ບໍລິການຂອງພວກເຮົາ

  • 4PL/LLP
  • ຫໍ​ຄວບ​ຄຸມ
  • ໂລຈິສຕິກສຳລັບຍານພາຫະນະລຸ້ນຕໍ່ໄປ (EV/LiB)
  • ການລວບລວມສິນຄ້າ ທີ່ລວມການຂົນສົ່ງໄປ-ກັບ ໃຫ້ຢູ່ໃນຮອບຂົນສົ່ງດຽວກັນ
  • ການຄ່ຽນຖ່າຍສິນຄ້າ 
  • ສູນ​ລວມອາໄຫຼ່ສໍາ​ລັບ​ການ​ບໍລິການຫຼັງການຂາຍ 
  • ການຂົນສົ່ງຂ້າມພົມແດນ
  • ການຈັດການເດີ່ນ
  • ການປ້ອນສາຍການຜະລິດ
  • ການຈັດການສາງສິນຄ້າແບບທັນເວລາພໍດີ (JIT) ແບບສາມາປັບການຜະລິດໄດ້ 
  • ການປະກອບແບບງ່າຍ
  • ການປິດບັງ ແລະ ການຂົນສົ່ງຍານພາຫະນະຕົ້ນແບບ
  • ຜູ້ໃຫ້ບໍລິການການຂົນສົ່ງລົດຍົນ & ລົດບັນທຸກສໍາລັບ CBU
  • ການຂົນສົ່ງໃນປະລິມານທີ່ຫຼາຍໂດຍການບໍລິການຂົນສົ່ງລົດທັງຄັນ RORO ຫລື ການຂົນສົ່ງລົດຍົນ ແລະ ລົດບັນທຸກ (PCTC)
  • ການກວດສອບກ່ອນການຈັດສົ່ງ (PDI)
  • ສູນກະຈາຍສິນຄ້າລະດັບພູມີພາກ
  • ການຄວບຄຸມຜູ້ຂາຍ

ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?

  • ທີມງານຜູ້ຊ່ຽວຊານດ້ານລົດຍົນທີ່ທຸ່ມເທ ແລະ ມີປະສົບການໃນອຸດສາຫະກໍາຢ່າງກວ້າງຂວາງລວມເຖິງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການຂອງລູກຄ້າໃນຂະແໜງການລົດຍົນ.
  • ການສະແດງລະບົບຕ່ອງໂສ້ການສະໜອງທັງໝົດຂອງທ່ານຜ່ານລະບົບໄອທີທີ່ກ້າວໜ້າ, ເຊິ່ງສົ່ງຜົນໃຫ້ມີການກໍານົດວັນທີ່ຈັດສົ່ງທີ່ກຳນົດໄວ້ລ່ວງໜ້າ, ການວາງແຜນການຜະລິດທີ່ໝັ້ນຄົງ, ການປະຕິບັດງານທີ່ມີປະສິດທິພາບ ແລະ ການຫຼຸດຕົ້ນທຶນ.
  • ການບໍລິການໂລຈີສຕິກທີ່ຈັດລໍາດັບຄວາມສໍາຄັນສໍາລັບຊິ້ນສ່ວນການຜະລິດເພື່ອປ້ອງກັນຄວາມລ່າຊ້າອາດເຮັດໃຫ້ສາຍການຜະລິດຂອງທ່ານຢຸດສະງັກ, ດັ່ງນັ້ນການຫຼຸດຜ່ອນການສູນເສຍທີ່ກ່ຽວຂ້ອງ ແລະ ການເຂົ້າເຖິງຊັບສິນຂອງກຸ່ມບໍລິສັດ NYK Group, ເຮັດໃຫ້ເກີດໂລຈີສຕິກແບບຄົບວົງຈອນ ແລະ ສະໜອງຄວາມເຂັ້ມແຂງໂດຍສະເພາະດ້ານການໃຫ້ບໍລິການດ້ານໂລຈີສຕິກອາໄຫຼ່
  • ຄວາມໃສ່ໃຈໃນລາຍລະອຽດທີ່ບໍ່ມີໃຜປຽບທຽບໄດ້ໂດຍໃຫ້ຄວາມສໍາຄັນກັບສະຖານທີ່ຈິງ (Gemba) - ການຝຶກທໍາຄວາມເຂົ້າໃຈ ແລະ ການສຸມໃສ່ໄປທີ່ການປະຕິບັດງານໃນແຖວໜ້າ.
  • ເຄືອຂ່າຍການບໍລິການທົ່ວໂລກຂອງພວກເຮົາ ຊ່ວຍເພີ່ມກໍາລັງການຊື້ຂອງເຮົາໂດຍຜ່ານການຮ່ວມມືຍຸດທະສາດກັບຜູ້ໃຫ້ບໍລິການຫຼັກ ແລະຜູ້ສະໜອງຊິ້ນສ່ວນເພື່ອໃຫ້ທ່ານໄດ້ຮັບມູນຄ່າສູງສຸດ.
 
Connect with an Automotive Expert

ເຊື່ອມຕໍ່ກັບຜູ້ຊ່ຽວຊານດ້ານຍານພາຫະນະ ແລະ ສ່ວນປະກອບ

ພວກເຮົາຍິນດີທີ່ຈະໃຊ້ປະສົບການດ້ານຍານພາຫະນະ ແລະ ສ່ວນປະກອບຂອງພວກເຮົາເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.