ຮັກສາການຄວບຄຸມໃນຂະນະທີ່ທ່ານຢູ່ໃນການເຄື່ອນໄຫວ
ການຂົນສົ່ງທາງອາກາດທີ່ຍືດຫຍຸ່ນ ສາມາດກໍານົດໃຫ້ເໝາະສົມກັບທຸລະກິດຂອງທ່ານ
ຫາກທ່ານຕ້ອງການໃຊ້ບໍລິການການຂົນສົ່ງສິນຄ້າທາງອາກາດ ໃຫ້ໄວ້ວາງໃຈ Yusen Logistics ເປັນຜູ້ຈັດການການຂົນສົ່ງສິນຄ້າທາງອາກາດທີ່ຄຸ້ມຄ່າ ແລະ ລາບລື່ນ. ເຊິ່ງພວກເຮົາມີພັນທະມິດເຊີງຍຸດທະສາດໃນທົ່ວໂລກທີ່ໃຫ້ການບໍລິການທີ່ຫຼາຍຫຼາຍ, ທ່ານຈຶ່ງມີຄວາມຍືດຫຍຸ່ນໃນການເລືອກໃຊ້ບໍລິການການຂົນສົ່ງສິນຄ້າທາງອາກາດທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ ເຊິ່ງທ່ານສາມາດເບິ່ງເຫັນໄດ້ຕັ້ງແຕ່ຕົ້ນຈົນຈົບ
ໄລຍະເວລາໃນການໃຫ້ບໍລິການຄວບຄຸມໄປເຖິງໄລຍະເວລາໃນການລໍຄອຍ
ເມື່ອໄລຍະເວລາເປັນປັດໄຈທີ່ທ່ານສາມາດເລືອກໄດ້:
- ດ່ວນ: 1-2 ວັນ ສຳລັບສິນຄ້າເລັ່ງດ່ວນ
- ທຳມະດາ: 3-5 ວັນ ທາງເລືອກທີ່ຍືດຫຍຸ່ນ
- ປະຢັດ: 5-7 ວັນ ຄວາມຄຸ້ມຄ່າສູງສຸດ
ການບໍລິການພິເສດ, ປັບຄວາມສົມດູນໃນການບັນຈຸສິນຄ້າ, ຄວາມໄວ ແລະ ຕົ້ນທຶນ
ໃນກໍລະນີທີ່ມີປັດໃຈຫຼາຍກວ່າໜຶ່ງປະການ ພວກເຮົາຍັງມີບໍລິການຂົນສົ່ງສິນຄ້າທາງອາກາດດັ່ງຕໍ່ໄປນີ້:
ຖ້ຽວບິນແບບເໝົາລຳ
ດ້ວຍການຮ່ວມມືກັບຄູ່ຮ່ວມມືທາງທຸລະກິດໃນທົ່ວໂລກພວກເຮົາສາມາດຈັດຫາຖ້ຽວບິນແບບເໝົາລຳໄປທຸກບ່ອນທີ່ທ່ານຕ້ອງການ ແລະ ເຮົາຍັງສາມາດແກ້ໄຂບັນຫາເລື່ອງການບັນຈຸຂອງສິນຄ້າທີ່ມີຂະໜາດໃຫຍ່ ແລະ ນ້ຳໜັກຫຼາຍ
ການຂົນສົ່ງສິນຄ້າທາງອາກາດ ແລະ ທາງທະເລ
ການບໍລິການທີ່ປະສົມປະສານກັນລະຫວ່າງການຂົນສົ່ງທາງອາກາດ ແລະ ທາງທະເລເພື່ອສະໜອງຜົນປະໂຫຍດລວມທີ່ຄຸ້ມຄ່າດ້ານລາຄາ ແລະ ໄລຍະເວລາການລໍຄອຍສິນຄ້າທີ່ໄວກວ່າການຂົນສົ່ງສິນຄ້າທາງທະເລ
ການຂົນສົ່ງສິນຄ້າທາງອາກາດ ແລະ ທາງລົດບັນທຸກ
ການບໍລິການທີ່ປະສົມປະສານກັນລະຫວ່າງການຂົນສົ່ງສິນຄ້າທາງອາກາດ ແລະ ທາງບົກໄປທຸກບ່ອນທີ່ທ່ານຕ້ອງການຂົນສົ່ງສິນຄ້າຢ່າງວ່ອງໄວໃນທຸກເສັ້ນທາງ
ແນວທາງການແກ້ໄຂບັນຫາສໍາລັບອຸດສາຫະກຳ
ສ່ວນໃຫຍ່ໃນພາກອຸດສາຫະກຳມີຂໍ້ຈໍາກັດໃນການຈັດເກັບ ແລະ ຄວບຄຸມ ເຊິ່ງພວກເຮົາມີຄວາມຊ່ຽວຊານໃນຫຼາຍໆອຸດສາຫະກຳທົ່ວໂລກເພື່ອຕອບສະໜອງຄວາມຕ້ອງການຂອງທ່ານ ປະກອບມີ:
- ຕ່ອງໂສ້ຄວາມເຢັນ
- ການຄວບຄຸມອຸນຫະພຸມ
- ການບໍລິການແພັກເກັດຂະໜາດນ້ອຍ
- ສິນຄ້າທີ່ແຕກຫັກງ່າຍ
- ສິນຄ້າຂະໜາດໃຫຍ່ບໍ່ວ່າຈະເປັນເລື່ອງນໍາໜັກ ຫຼື ລັກສະນະ
ການຂົນສົ່ງສິນຄ້າທາງອາກາດຂອງ Yusen Logistics ໃນການວາງແຜນ ແລະ ຈັດການຂົນສົ່ງສິນຄ້າຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ ຊ່ວຍໃຫ້ທຸລະກິດມີຄວາມຍືດຫຍຸ່ນ ແລະ ປະສົບການທີ່ເຊື່ອຖືໄດ້ໃນຄູ່ຮ່ວມງານການຂົນສົ່ງທີ່ທ່ານຕ້ອງການ.

ຕິດຕໍ່ກັບຜູ້ຊ່ຽວຊານດ້ານການຂົນສົ່ງສິນຄ້າທາງອາກາດ
ພວກເຮົາມີຄວາມຍິນດີທີ່ຈະຊ່ວຍສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ໃຫ້ບໍລິການການຂົນສົ່ງສິນຄ້າທາງອາກາດຕາມແບບທີ່ທ່ານຕ້ອງການ. ຕິດຕໍ່ເຮົາເພື່ອໃຫ້ເຮົາໄດ້ຊ່ວຍທ່ານຫາທາງອອກ.