ຕິດປີກໃຫ້ກັບທຸລະກິດຂອງທ່ານ
ມີຄວາມຊ່ຽວຊານສູງໃນການບໍລິການໂລຈີສຕິກຂອງທຸລະກິດການບິນ(ທີ່ລວມຊິ້ນສ່ວນອາໄຫຼ່, ອຸປະກອນຂອງເຄື່ອງບິນ ລວມເຖິງຜູ້ຜະລິດ ແລະ ຜູ້ໃຫ້ບໍລິການກ່ຽວກັບເຄື່ອງບິນ) ໃນທຸກໆຂັ້ນຕອນຂອງຕ່ອງໂສ້ການສະໜອງຂອງທ່ານ
ໃນຕະຫຼາດການບິນອາວະກາດທົ່ວໂລກທີ່ນັບມື້ນັບມີການແຂ່ງຂັນສູງ, ຊັບຊ້ອນ ແລະ ມີການຄວບຄຸມເພີ່ມຫຼາຍຂຶ້ນ, ມັນເປັນເລື່ອງຍາກທີ່ຈະຮັກສາອັດຕາກໍາໄລທາງທຸລະກິດ, ບັນລຸມູນຄ່າການຜະລິດທີ່ດີທີ່ສຸດ ແລະ ຮັກສາສະພາບການຂົນສົ່ງທາງອາກາດ. ການເພີ່ມປະສິດທິພາບຂອງລະບົບຕ່ອງໂສ້ການສະໜອງໄດ້ກາຍເປັນຍຸດທະສາດທີ່ສໍາຄັນໃນອຸດສາຫະກໍາການບິນເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້, ເລັ່ງຂະບວນການ ແລະ ຫຼຸດຕົ້ນທຶນ.
ຈາກການປັບປຸງການໄຫຼເຂົ້າຂອງຊິ້ນສ່ວນແລະການພັດທະນາຄວາມສໍາພັນກັບຜູ້ຂາຍສ່ວນປະກອບເພື່ອສະໜອງການບໍລິການ AOG ທີ່ສົມບູນແບບ, Yusen Logistics ສາມາດໃຫ້ທ່ານໄດ້ປຽບທາງການແຂ່ງຂັນໄດ້. ພວກເຮົາໄດ້ຮັບການຮັບຮອງລະດັບໂລກດ້ວຍ ISO9001 ໃນການປະຕິບັດງານທົ່ວໂລກ ແລະ ໃນພື້ນທີ່ອາວະກາດ ແລະ ການບິນທີ່ມີລະບົບຄຸນນະພາບ Aerospace ມາດຕະຖານ AS9120. ພວກເຮົາຍັງເປັນບໍລິສັດຂົນສົ່ງທໍາອິດທີ່ໄດ້ຮັບການຢັ້ງຢືນດ້ວຍລະບົບການຄຸ້ມຄອງຄຸນນະພາບສໍາລັບພາກສ່ວນ Aerospace JISQ-9100 ໃນປະເທດຍີ່ປຸ່ນ. ນໍາຜູ້ຊ່ຽວຊານສະເພາະດ້ານອາວະກາດຂອງພວກເຮົາໃຫ້ເຮັດວຽກສໍາລັບຕ່ອງໂສ້ການສະໜອງຂອງທ່ານ.
ສ່ວນແບ່ງຕະຫຼາດອາວະກາດ ແລະ ການບິນທີ່ສຳຄັນ
- ສາຍການບິນ
- ຜູ້ຜະລິດຊິ້ນສ່ວນເຮືອບິນ
- ຜູ້ຜະລິດອຸປະກອນສໍາລັບເຄື່ອງຈັກຍົນ
- ຜູ້ຜະລິດເຮືອບິນທະຫານ
- ຜູ້ຜະລິດສ່ວນປະກອບເຮລິຄອບເຕີ
- ຜູ້ຄວບຄຸມເຮລິຄອບເຕີ
- ການບໍາລຸງຮັກສາ ແລະ ສ້ອມແປງເຮືອບິນ
- ການບຳລຸງຮັກສາ, ການສ້ອມແປງ ແລະ ການປັບປຸງເຄື່ອງປະກອບຕ່າງໆພາຍໃນເຮືອບິນ.
- ຜູ້ສະໜອງຊິ້ນສ່ວນການບິນ
- ອຸດສາຫະກໍາອະວະກາດ
- ຜູ້ສະໜອງວັດຖຸດິບ
- ບໍລິສັດການຄ້າຊິ້ນສ່ວນເຮືອບິນ
ບໍລິການຂອງພວກເຮົາ
- ບໍລິການຂົນສົ່ງແບບເລັ່ງດ່ວນເພື່ອນໍາອາໄຫຼ່ເຄື່ອງບິນສົ່ງມອບໃຫ້ວິສະວະກອນໃຊ້ສ້ອມແປງເຮືອບີນໄດ້ທັນກ່ອນການໃຊ້ເຮືອບິນໃນການເດີນທາງ
- ລະບົບຕ່ອງໂສ້ການສະໜອງການຜະລິດເຮືອບິນ
- ລະບົບຕ່ອງໂສ້ການສະໜອງຫຼັງການຂາຍດ້ານການບິນ
- ການຂົນສົ່ງເຄື່ອງຈັກເຮືອບິນ
- ການແກ້ໄຂບັນຫາເຮືອບັນທຸກສິນຄ້າແບບ Roll-on/roll-off (RORO) ຄືເຮືອບັນທຸກສິນຄ້າທີ່ອອກແບບມາເພື່ອມາບັນທຸກສິນຄ້າທີ່ມີລໍ້
- ການກວດກາກ່ອນການຂົນສົ່ງ
- ພິທີການດ້ານພາສີ (ການຫຼຸດຜ່ອນພາສີ / ຍົກເວັ້ນພາສີສໍາລັບພາກສ່ວນການບິນ ການນໍາເຂົ້າຄືນໃໝ່/ ສົ່ງອອກຄືນໃໝ່)
- ໂລຈີສຕິກເພື່ອການຜະລິດຂາເຂົ້າ
- ການປະກອບສິນຄ້າ ແລະ ການຈັດສົ່ງທີ່ທັນເວລາພໍດີ
- ສູນລວມສາງສິນຄ້າ
- ລະບົບໄອທີທີ່ມີຄວາມຊັດເຈນ
- ບໍລິການຮັບເໝົາດ້ານໂລຈີສຕິກ
ເຮັດຫຍັງຕ້ອງເປັນບໍລິສັດ Yusen Logistics?
- ທີມງານຜູ້ຊ່ຽວຊານດ້ານການບິນລະດັບພາກພື້ນທີ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບອຸດສາຫະກໍາການບິນ ແລະ ການເຂົ້າເຖິງແນວທາງການປະຕິບັດທີ່ດີທີ່ສຸດຂອງລະບົບຕ່ອງໂສ້ການສະໜອງຈາກທົ່ວທຸກພາກອຸດສາຫະກໍາຂອງພວກເຮົາ.
- ການຮ່ວມມືທີ່ໃກ້ຊິດແລະຄວາມໃສ່ໃຈໃນລາຍລະອຽດທີ່ບໍ່ມີໃຜທຽບໄດ້ທັງພາຍໃນແລະລະດັບພາກພື້ນໂດຍຜ່ານການເນັ້ນໜັກຂອງພວກເຮົາກ່ຽວກັບຄວາມສໍາຄັນຂອງ Gemba - ແນວທາງການປະຕິບັດໃນການທໍາຄວາມເຂົ້າໃຈແລະການສຸມໃສ່ການປະຕິບັດງານແຖວຫນ້າ.
- ການຕິດຕໍ່ໃນລະດັບອາວຸໂສເພື່ອການສື່ສານທີ່ຊັດເຈນແລະການຕັດສິນໃຈທີ່ມີຄວາມຍືດຫຍຸ່ນ
- ວັດທະນະທໍາໄຄເຊັນ (Kaizen) ທີ່ຮັບປະກັນການປັບປຸງຢ່າງຕໍ່ເນື່ອງຕາມຂັ້ນຕອນ ແລະ ພັດທະນາການປະຕິບັດງານມາດຕະຖານ (SOPs) ທົ່ວໂລກຂອງພວກເຮົາພ້ອມກັບການບໍລິການທີ່ສະໝໍ່າສະເໝີ ແລະ ລາບລື່ນໃນທົ່ວເຄືອຂ່າຍຂອງພວກເຮົາ.
- ແພລດຟອມເຕັກໂນໂລຊີ ໂລຈີສຕິກ ທີ່ເປັນກໍາມະສິດຂອງເຮົາ, ສາມາດປັບແຕ່ງ ແລະ ປະສົມປະສານກັບລະບົບຂອງທ່ານໄດ້ຢ່າງບໍ່ຢຸດຢັ້ງເພື່ອຫຼຸດລາຍຈ່າຍການລົງທຶນໃນສ່ວນນີ້.

ຕິດຕໍ່ກັບຜູ້ຊ່ຽວຊານດ້ານອາວະກາດ ແລະ ການບິນ
ພວກເຮົາຍິນດີທີ່ຈະໃຊ້ປະສົບການດ້ານການບິນຂອງພວກເຮົາເພື່ອສະໜັບສະໜູນທຸລະກິດຂອງທ່ານ, ເພີ່ມມູນຄ່າ ແລະ ເພີ່ມປະສິດທິພາບລະບົບຕ່ອງໂສ້ການສະໜອງຂອງທ່ານ. ສາມາດຕິດຕໍ່ພວກເຮົາໄດ້ກ່ຽວກັບວິທີທີ່ພວກເຮົາສາມາດຊ່ວຍທ່ານໄດ້.